ການ​ລ້ຽງ​ແກະ​ຢູ່​ແຂວງ​ຊິ່ງ​ໄຫ​ຊ່ວຍ​ຊາວ​ລ້ຽງ​ສັດ​ເພີ່ມ​ລາຍ​ຮັບ​ຂອງ​ຕົນ
2017-10-10 16:21:26  cri 


ເມືອງ​ກຸ້ຍ​ນານ​​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຕິ​ເບດ​ໄຫ​ນານຂອງ​ແຂວງ​ຊິ່ງ​ໄຫ​ຕັ້ງ​ຢູ່​ເຂດ​ອ່າງ​ກົ້ງ​ເຮີ ພາກ​ຕາ​ເວັນ​ອອກ​ສຽງ​ເໜືອພູ​ພຽງ​ຊິ່ງ​ໄຫ​ຕິ​ເບດ. ໃນ​ລະ​ດູ​ໜາວ​ອາ​ກາດ​ຂອງ​ເມືອງ​ນີ້​ບໍ່​ໜາວ​ປານ​ໃດ,ໃນ​ລະ​ດູ​ຮ້ອນ​ກໍບໍ່​ຮ້ອນ​ປານ​ໃດ,ມີ​ເງື່ອນ​ໄຂ​ທີ່​ດີ​ຕໍ່ການ​ພັດ​ທະ​ນາ​ຂະ​ແໜງ​ການ​ລ້ຽງ​ສັດ​ຢູ່ທົ່ງ​ຫຍ້າ. ປີ 2013, ເມືອງ​ກຸ້ຍ​ນານ​ໄດ້​ສ້າງ​ຕັ້ງ​ສະ​ມາ​ຄົມ​ລ້ຽງ​ແກະ​ຕິ​ເບດ​ດຳ ແລະ​ໄດ້​ສ້າງ​ເປັນ​ຕ່ອງ​ໂສ້​ທີ່​ປະ​ກອບ​ມີ "ວິ​ສາ​ຫະ​ກິດ,ສະ​ຫະ​ກອນ,ຊາວ​ລ້ຽງ​ສັດ​ແລະ​ສູນ​ລ້ຽງ​ສັດ". ການ​ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​ຍີ່​ຫໍ້​ແກະ​ຕິ​ເບດ​ດຳ​ບໍ່​ພຽງ​ແຕ່​ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ເທົ່າ​ນັ້ນ, ​ຍັງ​ເປັນຊ່ອງ​ທາງ​ໃຫ້​ແກ່​ການ​ບັນ​ລຸ​ການ​ເພີ່ມ​ລາຍ​ຮັບ​ຂອງ​ຊາວ​ລ້ຽງ​ສັດ​ໄດ້​ຫຼາຍກວ່າ​ເກົ່າ​ອີກ​ດ້ວຍ.
1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ