ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ຈົດ​ໝາຍອວຍ​ພອນ​ສະ​ເຫຼີມ​ສະ​ຫຼອງວັນ​ສ້າງ​ຕັ້ງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຈີນ​-ຣັດ​ເຊຍ​ຄົບ​ຮອບ 60 ປີ
2017-10-10 15:52:29  cri 
ພິ​ທີສະ​ເຫຼີມ​ສະ​ຫຼອງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຈີນ-ຣັດ​ເຊຍ​ຄົບ​ຮອບ 60 ປີ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ມົ​ສ​ກູ​ປະ​ເທດ​ຣັດ​ເຊຍ​ໃນ​ວັນ​ທີ 9 ຕຸ​ລາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ຈົດ​ໝາຍອວຍ​ພອນ​ໃຫ້​ແກ່​ສະ​ມາ​ຄົມ​ດັ່ງ​ກ່າວ.

​ເນື້ອ​ໃນຈົດ​ໝາຍ​ໄດ້​ລະ​ບຸ​ວ່າ, ໃນ 60 ປີ​ຜ່ານ​ມາ, ສະ​ມາ​ຄົມ​ມິດ​ຕະ​ພາບ​ຈີນ-ຣັດ​ເຊຍໄດ້​ຍຶດ​ໝັ້ນ​ທັດ​ສະ​ນະ​ຄະ​ຕິ​​ມິດ​ຕະ​ພາບ​ຕໍ່​ຈີນ​ຕະ​ຫຼອດ​ມາ, ຕັ້ງ​ໜ້າ​ດຳ​ເນີນ​ການ​ໄປ​ມາ​ຫາ​ສູ່​ກັນ​ທາງ​ ​ລະ​ຫວ່າງ​​ປະ​ຊາ​ຊົນສອງ​ປະ​ເທດ, ໄດ້​ຊຸກ​ຍູ້​ແລະ​ເສີມ​ສ້າງຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ແມ່ນ​ກຳ​ລັງ​ສຳ​ຄັນ​ໜຶ່ງ​ທີ່​ປັບ​ປຸງ​ແລະ​ຂະ​ຫຍາຍ​​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ຣັດ​ເຊຍ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ປັດ​ຈຸ​ບັນ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ພວມ​ຢືນ​ຢູ່​ຈຸດ​ເລີ່ມ​ຕົ້ນ​ປະ​ຫວັດ​ສາດໃໝ່, ຫວັງ​ໃຫ້​ສະ​ມາ​ຄົມ​ມິດ​ຕະ​ພາບ​ຈີນ-ຣັດ​ເຊຍ​ຖື​ວັນ​ສ້າງ​ຕັ້ງ​​ຄົບ​ຮອບ 60 ປີ​ເປັນ​ໂອ​ກາດ​ທີ່​ດີ, ສ້າງ​ສະ​ພາບ​ໃໝ່ໃນ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ໃຫ້​ໃຫຍ່​ຫຼວງ​ກວ່າ​ເກົ່າ​ເພື່ອ​ຊຸກ​ຍູ້​ໃຫ້​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ໃກ້​ຊິດ​ກັນ​ແລະ​ປະ​ສານ​ກັນ, ຊຸກ​ຍູ້​ສາ​ຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່.

​ໂອ​ກາດ​ດຽວ​ກັນ​ນີ້ທ່ານວະ​ຣາ​​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ກໍ່​ໄດ້​ສົ່ງ​ຈົດ​ໝາຍອວຍ​ພອນ​ພິ​ທີ​ດັ່ງ​ກ່າວ​ເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ