ນັກບູ​ຮານ​​ຄະ​ດີ​ຈີນ​ພົບ​ເຫັນ​ເຄື່ອງ​ມື​ຫີນ​ເກົ່າ​ຢູ່​ອາ​ຟ​ຣິ​ກາ​ຄັ້ງ​ທຳ​ອິດ
2017-10-10 17:16:50  cri 

​ຫວ່າງ​ມໍ່ໆ​ມາ​ນີ້, ໜ່ວຍ​ບູ​ຮານ​​ຄະ​ດີ​ຈີນ​ທີ່​ໄປ​ເຄັນ​ຢາ​ເພື່ອ​ຄົ້ນ​ຄວ້າ​ການ​ລິ​ເລີ່ມ​ຂອງ​ມະ​ນຸດ​ສະ​ໄໝ​ປັດ​ຈຸ​ບັນໄດ້​ພົບ​ເຫັນ​ຮ່ອງ​ຮອຍ​​ສະ​ໄໝ​ຫີນ​ເກົ່າ​ແຫ່ງ​ໜຶ່ງ​ໃນ​ເວ​ລາ​ສຳ​ຫຼວດ​ຢູ່​ຮ່ອມ​ແຍກອາ​ຟ​ຣິ​ກາ​ຕາ​ເວັນ​ອອກ, ນີ້​ແມ່ນ​ສະ​ຖານ​ບູ​ຮານສະ​ໄໝ​ຫີນ​ເກົ່າ​ບ່ອນ​ທຳ​ອິດ​ທີ່​ນັກ​ບູ​ຮານ​​ຄະ​ດີ​ຈີນ​ພົບ​ເຫັນ​ຢູ່​ອາ​ຟ​ຣິ​ກາ. ສະ​ຖານ​ທີ່​ດັ່ງ​ກ່າວ​ຢູ່​ໃກ້​ຕາດ​ມະ​ຄະ​ເຣຍ​ແຂວງ​ນະ​ຄຸ​ຣູ​ເຂດ​ດັ່ງ​ກ່າວ, ຜົນ​ການ​ຄົ້ນ​ຄວ້າຄັ້ງ​ນີ້​ໄດ້​ຮັບ​ການ​ຢືນ​ຢັນ​ຈາກ​ຊ່ຽວ​ຊານ​ບູ​ຮານ​ນະ​ຄະ​ດີ​ຂອງ​ຫໍ​ພິ​ພິ​ທະ​ພັນ​ແຫ່ງ​ຊາດ​ເຄັນ​ຢາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ