ອີຣັກປະຕິບັດ​ມາດ​ຕະການ​ໃໝ່ຕໍ່​ເຂດ​ປົກ​ຄອງຕົນ​ເອງ​ເຄີດິ​ສະຖານ
2017-10-10 15:56:00  cri 

ວັນ​ທີ 9 ຕຸລາ​ນີ້​, ລັດຖະບານ​ອີຣັກປະກາດ​ຈະ​ປະຕິບັດ​ມາດ​ຕະການ​ໃໝ່ຕໍ່​ເຂດ​ປົກຄອງ​ຕົນ​ເອງ​ເຄີດິ​ສະຖານ.

ສຳ​ນັກ​ງານ​ນາ​ຍົກ​ລັດຖະມົນຕີ​ອີຣັກອອກ​ຖະ​ແຫຼ​ງການ​ວ່າ: ຄະນະ​ກຳ​ມະ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງລັດ​ອີຣັກ​ໄດ້​ອອກ​ມາດ​ຕະການ​ໃໝ່​ຕໍ່​ເຂດ​ປົກຄອງ​ຕົນ​ເອງ​ເຄິດ​ສະຖານ, ​ໃນ​ນັ້ນ ສິດ​ຄຸ້ມ​ຄອງ​ທັງ​ໝົດຂອງ​ບໍລິສັດ​​ໂທລະ​ຄົມ​ເຄື່ອນ​ທີ່​ຢູ່​ເຂດ​ເຄິດ​ສະຖານ​ຕ້ອງ​ຂຶ້ນ​ກັບ​ລັດຖະບານ​ກາງ ​ແລະ​ຮຽກຮ້ອງ​ໃຫ້​ສຳນັກງານ​ໃຫຍ່​ຂອງ​ບໍລິສັດ​ນີ້​ຍ້າຍ​ໄປ​ນະຄອນຫຼວງ​​ແບກ​ແດດ.

ຖະ​ແຫຼ​ງການດັ່ງກ່າວ​ຍັງ​ຮຽກຮ້ອງ​ໃຫ້​ອີ​ຣານ ​ແລະຕວກກີຢຸດ​ຕິ​ການ​ພົວພັນການ​ຄ້າກັບເຂດ​ເຄິດ​ສະຖານ ​ໂດຍ​ສະ​ເພາະ​ນ້ຳມັນ​ເຊື້ອ​ໄຟ.

ວັນ​ທີ 25 ກັນ​ຍາ​ນີ້, ​ເຂດ​ປົກຄອງ​ຕົນ​ເອງ​ເຄີດິ​ສະຖານ​ໄດ້​ລົງ​ປະຊາ​ມະຕິ​ແຍກ​ເປັນເອກະ​ລາດ ​ເຮັດ​ໃຫ້ລັດຖະບານ​ອີຣັກ​ຫ້າມ​ການບິນ​ສາ​ກົນ​ໄປ​ກັບ​ເຂດ​ເຄີດິ​ສະຖານ ​ແລະ​ຮ່ວມ​ກັບປະ​ເທດ​ທີ່ຢູ່ອ້ອມ​ຂ້າງ​ໃຊ້​ຄວາມ​ກົດ​ດັນ​ຕໍ່​ເຂດ​ດັ່ງ​ກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ