ການ​ຮ່ວມ​ມື​ດ້ານ​ການ​ທະນາຄານ​ຈີນ-ຟິລິປິ​ນຈະ​ລົງ​ເລິ​ກ​ສາຍ​ພົວພັນ​ສອງ​ຊາດ
2017-10-10 16:11:07  cri 
ຕາມ​ຂ່າວCRI: ກະຊວງ​ກາ​ນ​ເງິນ​ຟິລິປິ​ນອອກ​ຖະ​ແຫຼງການ​ຫວາງ​ມໍ່ໆ​ນີ້ວ່າ: ຟິລິປິ​ນມີ​ແຜນຈຳໜ່າຍ​ພັນ​ທະບັດ​ຢູ່​ຈີນ​ໃນ​ເດືອນ​ພະຈິກປີ​ນີ້​ປະ​ມານ 200 ລ້ານ​ໂດ​ລາ​ສະຫະລັດ​ຄິດ​​ໄລ່ຕາມ​ອັດຕາ​ເງິ​ນຢວນ ​ແລະມີ​ແຜນຈະ​ອອກ​ຕື່ມ​ອີກ​ໃນ​ອະນາຄົດ.

ທ່ານ​ນາງຮ້ວາ​ຊູ່​ນຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວຕໍ່ກອງ​ປະຊຸມຖະ​ແຫຼ​ງ​ຂ່າວ​ໃນ​ວັນ​ທີ 9 ຕຸລາ​ນີ້ວ່າ: ນັບ​ແຕ່​ປີ​ 2016 ​ເປັນ​ຕົ້ນ​ມາສາຍ​ພົວພັນ​ຈີນ-ຟິລິປິ​ນ​ໄດ້​ມີ​ການປ່ຽນ​ແປງ​ ​ແລະ​ພັດທະນາ​ດີ​ຂຶ້ນ​ຕາມ​ລຳດັບ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ສອງ​ຊາດ​ມີ​ການ​ພັດທະນາ​ຢ່າງ​ຮຸຸ່ງ​ເຮືອງ. ຈີນ​ຍິນ​ດີ​ທີ່​ຟິລິປິ​ນອອກ​ພັນທະບັດ​ຢູ່​ຈີນ​​​ໂດຍ​ຄິດ​​ໄລ່​ຕາມ​ອັດຕາ​ເປັນ​ຢວນ ​ແລະ​ເຫັນ​ວ່າການ​ເຮັດ​ດັ່ງກ່າວ​ນີ້​ຈະ​ຊ່ວຍ​ໃຫ້​ລົງ​ເລິກ​ຈະ​ເປັນ​ການ​ຮ່ວມ​ມື ​ແລະ​ພັດທະນາທາງ​ດ້ານ​ການ​ທະນາຄານ ​ແລະ​ການ​ລົງ​ທຶນລະຫວ່າງ​ສອງ​ປະ​ເທດ​ລົງ​ເລິກ​ກວ່າ​ເກົ່າ, ທັງ​ເປັນ​ການຊ່ວຍ​ຟິລິປິ​ນສ້າງສາ​ພື້ນຖານ​ໂຄງ​ລ່າງ ​ແລະ​ມີ​ຜົນ​ດີ​ຕໍ່ການ​ພັດທະນາ​ສາຍ​ພົວພັນ​ຈີນ-ຟິລິປິ​ນອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ