ການ​ປັບປຸງ​ສະພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸລະ​ກິດຂອງ​ຈີນ​ເປັນ​ການ​ສ້າງ​ຄວາມ​ສະດວກ​ແກ່​ວິ​ສາ​ຫະກິດ​ຕ່າງປະ​ເທດ
2017-10-11 17:17:30  cri 

ຄຽງ​ຄູ່​ກັບ​ຂໍ້​ລິ​ເລີ່​ມ ​ແລະ ​ແຜນການ​ຕ່າງໆ ​ເປັນຕົ້ນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະ "ການ​ຜະລິດ​ຂອງ​ຈີນ 2025" ​ທີ່ໄດ້​ເສີມ​ຂະຫຍາຍ​ຢ່າງ​ບໍ່​ຢຸດ​ຢັ້ງ, ວິ​ສາ​ຫະກິດ​ຕ່າງປະ​ເທດ​ຢູ່​ຈີນຕ່າງກໍ​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ອະນາຄົດ​ຂອງ​ຕະຫຼາດ​ແລະ​ເສດຖະກິດ​ຈີນ​ໃນ​ໄລຍະ​ຍາວ ​ໂດຍ​ອີງ​ຕາມ​ "ບົດ​ລາຍ​ງານ​ສະພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸລະ​ກິດ​ໃນ​ໂລກ 2017" ຂອງ​ທະນາຄານ​ໂລກ, ​ໃນ 3 ປີຜ່ານມາ, ລະດັບ​ຄວາມ​ສະດວກ​ຂອງ​ການ​ດຳ​ເນີນ​ທຸລະ​ກິດ​ຢູ່​ຈີນ​ໄດ້​ກ້າວ​ຂຶ້ນ 18 ລະດັບ ​ເຊິ່ງກ້າວ​ຂຶ້ນສະ​ເລ່ຍ 6 ລະດັບ​ຕໍ່​ປີ.

ຂ່າວ​ລາຍ​ງານ​ວ່າ: ​ເມື່ອ​ບໍ່​ດົນ​ຜ່ານ​ມາ, ​ເຈົ້າໜ້າ​ທີ່​ວິ​ສາ​ຫະກິດ​ຕ່າງປະ​ເທດ​ຢູ່​ຈີນຫຼາຍ​ແຫ່ງ ​ເປັນຕົ້ນ ບໍລິສັດ GE, ບໍລິສັດ EY, ບໍລິສັດ MasterCard ​ແລະ​ບໍລິສັດ Kollmorgen ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ຫຼື CRI ວ່າ: ​ບັນດາແຜນ​ຍຸດ​ທະ​ສາດ​ທີ່​ຍິ່ງ​ໃຫຍ່ ​ເປັນຕົ້ນ "​ການ​ຜະລິດ​ຂອງ​ຈີນ 2025" ​ແລະ "ອິນ​ເຕີ​ເນັດ+" ພ້ອມ​ດ້ວຍ​ຂໍ້​ລິ​ເລີ່​ມຕ່າງໆ ​ເຊັ່ນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ທີ່​ຈີນ​ເສີມ​ຂະຫຍາຍ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ​ໄດ້​ສ້າງ​ໂອກາດ​ພັດທະນາ​ທີ່​ສຳຄັນ​ໃຫ້​ແກ່​ວິ​ສາ​ຫະກິດ​ຕ່າງປະ​ເທດ​ຢູ່​ຈີນ, ຂະນະ​ທີ່​ຕົນ​ກໍ​ມີ​ເຫດຜົນ​ຢ່າງ​ເຕັມ​ສ່ວນ​ທີ່​ເຫັນ​ໄປ​ໃນ​ແງ່​ດີຕໍ່​ຕະຫຼາດຈີນ ​ແລະ ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ອະນາຄົດ​ຂອງ​ເສດຖະກິດ​ຈີນ.ຂະນະ​ທີ່ຜົນ​ການ​ສຳຫຼວດຂອງ​ກອງ​ປະຊຸມ​ພັດທະນາ​ການ​ຄ້າ ອົງການ​ສະຫະ​ປະຊາ​ຊາດກໍ​ປາກົດ​ວ່າ ຈີນ​ຍັງ​ຄົງ​ແມ່ນ​ໜຶ່ງ​ໃນ​ເປົ້າໝາຍ​ການ​ລົງທຶນ​ທີ່​ບໍລິສັດ​ຂ້າມ​ຊາດນິຍົມ​ກວ່າ​ໝູ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ