ປີ​ນີ້ຈີນຈະ​ບັນ​ລຸ​ເປົ້າ​ໝາຍ​ເສດ​ຖະ​ກິດ​ເຕີບ​ໂຕ 6,5%
2017-10-11 16:55:14  cri 
ທ່ານ​ນິ້ງ​ຈີ​ເຈີ ປະ​ທານ​ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ກ່າວໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຫ້ອງ​ການ​ຖະ​ແຫຼງຂ່າວ​ລັດ​ຖະ​ບານ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ຕຸ​ລາ​ນີ້​ວ່າ, ຈີນ​ບັນ​ລຸ​ເປົ້າ​ໝາຍ​ພັດ​ທະ​ນາ​ທີ່​ເສດ​ຖະ​ກິດ​ເຕີບ​ໂຕ 6,5% ​ໃນ​ປີ​ນີ້ແມ່ນ​ບໍ່​ມີ​ບັນ​ຫາ, ຍິ່ງກວ່າ​ນັ້ນ​ເສດ​ຖະ​ກິດ​ຈີນ​ອາດ​ຈະ​ເຕີບ​ໂຕ​ຫຼາຍກວ່າ​ເປົ້າ​ໝາຍ​ດັ່ງ​ກ່າວ, ທ່າ​ອຽງ​ທີ່​ເສດ​ຖະ​ກິດ​ຈີນ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ດີ​ຂຶ້ນ​ນັ້ນ​ບໍ່​ມີ​ການ​ປ່ຽນ​ແປງ.

    ທ່ານ​ນິ້ງ​ຈີ​ເຈີ​ກ່າວ​ວ່າ, ໃນ​ຂະ​ນະ​ດຽວ​ກັນ​​ເບິ່ງ​ຄວາມ​ໄວ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ, ຍັງ​ຕ້ອງ​ພິ​ຈາ​ລະ​ລາ​ເຖິງ​ການ​ມີ​ວຽກ​ເຮັດ​ງານ​ທຳ, ລາ​ຄາ​ສິນ​ຄ້າ​, ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ແລະ​ອື່ນໆ. ໃນ​ຫຼາຍ​ປີ​ຜ່ານ​ມາ, ອັດ​ຕາການ​ປະ​ກອບ​ອາ​ຊີບ​ຂອງ​ຈີນ​ດີ​ສົມ​ຄວນ, ລາ​ຄາ​ສິນ​ຄ້າ​ຕ່ຳ​ກວ່າ​ລະ​ດັບ​ຄາດ​ໝາຍ, ສະ​ພາບ​ແວດ​ລ້ອມ​​ທຳ​ມະ​ຊາດກໍ​ໄດ້​ດີ​ຂຶ້ນ. ເບິ່ງ​​ໂດຍ​ລວມ​ແລ້ວ, ປະ​ເທດ​ຕົນ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ທີ່, ມີ​ເງື່ອນ​ໄຂ​ແລະ​ຄວາມ​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໃນ​ປີ​ນີ້​ໄດ້​ໂດຍ​ບໍ່​ມີ​ບັນ​ຫາ​ໃດໆ.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ