​IMFຍົກ​ສູງ​ຄາດໝາຍຈັງຫວະ​ການ​​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ​ໃນ​ປີ 2017 ​ແລະ 2018
2017-10-11 16:30:52  cri 
ອົງການ​ກອງ​ທຶນ​​ເງິນຕາ​ສາກົນ (IMF) ລາຍ​ງານ​ໃນວັນ​ທີ 10 ຕຸລາ​ນີ້​ວ່າ: ຄາດໝາຍ​ຈັງຫວະ​ການ​​ເຕີບ​ໂຕ​ຂອງ​ເສດ​ຖະກິດ​ໂລກ​ໃນ​ປີ 2017 ​ແລະ 2018 ຈະສູ​ງຂຶ້ນ 0,1% ທຽບ​ໃສ່​ເດືອນ​ກໍລະກົດ​ປີນີ້ ​ເຖິງ 3,6% ​ແລະ 3,7%. ​ໄລຍະ​ດຽວ​ກັນ​ຍັງ​ຍົກ​ສູງ​ຄາດໝາຍ​ກາຍເພີ່ມ​ຂຶ້ນ​ຂອງກຸ່ມ​ເສດຖະກິດ​ຕົ້ນຕໍ​ໃນ​ໂລກ ລວມທັງ​ປະ​ເທດ​ຈີນ.

IMF​ເຜີຍ​ແຜ່ "​ບົດ​ລາຍ​ງານຄວາມຄາດ​ຫວັງ​ເສດຖະກິດ​ໂລກ" ​ໃນ​ມື້​ດຽວ​ກັນ​ວ່າ: ຄາດ​ວ່າຈັງ​ຫວະ​ການ​ເຕີບ​ໂຕ​ຂອງກຸ່ມ​ເສດຖະກິດ​ໂລກ 75% ຈະ​ເພີ່ມ​ຂຶ້ນ ​ເຊິ່ງຈະ​​ເປັນ​ການເພີ່ມ​ຂຶ້ນ​ໃຫຍ່​ທີ່​ສຸດ​ໃນ​ໄລຍະ 10 ປີ​ທີ່​ຜ່ານ​ມາ. ນອກ​ນີ້, IMFຍັງ​ໄດ້ຍົກ​ສູງ​ຈັງຫວະ​ການ​ເຕີບ​ໂຕ​ເສດຖະກິດຂອງ​ຈີນ​ເປັນ​ເທື່ອ​ທີ​ສີ່​ໃນ​ປີ​ນີ້ ​ເຊິ່ງບັນລຸ​​ເຖິງ 6,8% ​​ໃນ​ປີ 2017 ​ແລະ 6,5% ​ໃນ​ປີ 2018, ​ເພີ່​ມຂຶ້ນ 0,1% ທຽບ​ໃສ່​ເດືອນ​ກໍລະກົດປີ​ນີ້.

ຕາມ​ລາຍ​ງານ​ລະບຸວ່າ: ​ໃນ​ໄລຍະ​ສັ້ນ, ຄວາມ​ສ່ຽງຂອງ​ເສດຖະກິດ​ໂລກມີພາວະ​ສົມ​ດຸນ, ຜູ້ບໍລິ​ໂພ​ກ ​ແລະ​ວິ​ສາ​ຫະກິດ​ຍັງ​ຮັກສາ​ຄວາມ​ໝັ້ນ​ໃຈຢ່າງ​ສູງ ​ແລະ​ການ​ທະນາຄານ​ມີ​ເງື່ອນ​ໄຂ​ທີ່​ດີ ​ເຊິ່ງຈະສືບ​ຕໍ່​ສະໜັບສະໜູນ​ການຟື້ນ​ຟູ​ເສດຖະກິດ​ໂລກ​ໃຫ້​ດີ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ