ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ຕໍ່ກອງ​ທັບ​ເຮືອ​ອາ​ເມ​ລິ​ກາ​ເຂົ້າ​ສູ່​ນ່ານ​ທະ​ເລ​ຂອງ​ຈີນ
2017-10-12 11:21:22  cri 
ຕາມ​ຂ່າວCRI: ວັນ​ທີ 10 ຕຸ​ລາ​ນີ້, ກຳ​ປັ່ນ​ຂັບ​ໄລ່​ດ້ວຍ​ລູກ​ສອນ​ໄຟ "ຊາ​ຟີ"​ຂອງກອງ​ທັບ​ເຮືອ​ອາ​ເມ​ລິ​ກາ​ໄດ້ເຂົ້າ​ສູ່​ນ່ານ​ທະ​ເລ​ໝູ່​ເກາະ​ຊີ່​ຊ່າ​ຈີນ ແລະ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ການ​ເດີນ​ເຮືອ​ຢ່າງ​​ເສ​ລີໂດຍ​ບໍ່​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ລັດ​ຖະ​ບານ​ຈີນ. ຫຼັງ​ຈາກນັ້ນ ຈີນ​ໄດ້​ສົ່ງ​ກຳ​ປັ່ນ​ຮົບ​ໄປ​ດຳ​ເນີນ​ການ​ສຳ​ຫຼວດ ແລະ​ພິ​ສູດ​ຕໍ່ກຳ​ປັ່ນ​ອາ​ເມ​ລິ​ກາ​ຕາມ​ກົດ​ໝາຍ​,ເຕືອນ​ແລະ​ໄລ່ໃຫ້ກຳ​ປັ່ນ​ດັ່ງ​ກ່າວ​ຖອນ​ອອກ​ຈາກ​ເຂ​ດ​ນັ້ນ​ໃນ​ທັນ​ທີ.

ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ວັນ​ທີ 11 ຕຸ​ລາ​ນີ້, ທ່ານ​ນາງ ຮ​ວ້າ​ຊຸ່​ນ​ຢີງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຢືນ​ຢັນ​ຕໍ່​ເລື່ອງ​ນີ້​ໂດຍ​ກ່າວ​ວ່າ: ການ​ກະ​ທຳ​ທີ່​ກ່ຽວ​ຂ້ອງ​ຂອງ​ກຳ​ປັ່ນ​ອາ​ເມ​ລິ​ກາ​ໄດ້​ລະ​ເມີດ​ກົດ​ໝາຍ​ຂອງ​ຈີນ​ແລະ​ກົດ​ໝາຍ​ສາ​ກົນ​ທີ່ເປັນ​ການ​ທຳ​ລາຍ​ອະ​ທິ​ປະ​ໄຕ​ແລະ​ຜົນ​ປະ​ໂຫຍດ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ຈີນ​ຢ່າງ​ໜັກ​ໜ່ວງ. ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ຕໍ່​ເລື່ອງ​ນີ້.

ທ່ານ​ນາງ ຮ​ວ້າ​ຊຸ່ນ​ຢີງ ກ່າວ​ເນັ້ນ​ວ່າ: ລັດ​ຖະ​ບານ​ຈີນ​ຈະ​ສືບ​ຕໍ່​ໃຊ້​ມາດ​ຕະ​ການ​ຢ່າງ​ເດັດ​ຂາດ​ເພື່ອ​ປົກ​ປ້ອງ​ອະ​ທິ​ປະ​ໄຕ​ເໜືອ​ດິນ​ແດນ​ແລະ​ສິດ​ຜົນ​ປະ​ໂຫຍດ​ທາງ​ທະ​ເລ​ຂອງ​ຕົນ. ຈີນ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ລິ​ກາ​ຈົ່ງ​ເຄົາ​ລົບ​ອະ​ທິ​ປະ​ໄຕ​ແລະ​ຜົນ​ປະ​ໂຫຍດ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ຈີນ​ຢ່າງ​ແທ້​ຈິງ,ເຄົາ​ລົບ​ຄວາມ​ພະ​ຍາ​ຍາມ​ຂອງ​ປະ​ເທດ​ຢູ່​ໃນ​ພາກ​ພື້ນ​ໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້ຢ່າງ​ແທ້​ຈິງ,ຢຸດ​ຕິ​ການ​ກະ​​ທຳທີ່​​ຜິດ​ພາດ​ແບບ​ນີ້​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ