ສປປ ລາວ ຈະເປີດປີທ່ອງທ່ຽວໃນປີ 2018
2017-10-12 17:13:35  cri 

 

   ເພື່ອເປັນການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ສປປ ລາວ ໃນຕອນເຊົ້າວັນທີ 12 ຕຸລາ2017 ນີ້,ທີ່ນະຄອນຫຼວງວຽງຈັນ ກົມ
ໂຄສະນາການທ່ອງທ່ຽວ ໄດ້ຈັດພິທີຖະແຫຼງຂ່າວ ກ່ຽວກັບການເປີດປີທ່ອງທ່ຽວລາວ 2018  ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ
ສີພັນດອນ ຮອງນາຍົກລັດຖະມົນຕີ ສປປ ລາວ, ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີ ຖວທ , ບັນດາທ່ານເອກອັກຄະລັດຖະທູດ ປະ
ຈຳລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ບັນດາສື່ມວນຊົນລາວ ແລະ ຕ່າງປະເທດເຂົ້າຮ່ວມ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ສປປ ລາວ ກ່າວວ່າ: ກິດຈະກໍາສະເຫຼີມສະຫຼອງປີທ່ອງທ່ຽວຢູ່ໃນບັນດາແຂວງມີ
 ກິດຈະກໍາຕ່າງໆ ໃນຂອບເຂດທົ່ວປະເທດ ໂດຍຖືເອົາບຸນປະເພນີຂອງແຕ່ລະເຜົ່າ ຢູ່ແຕ່ລະແຂວງໃນທົ່ວປະເທດ ເພື່ອສ້າງຂະບວນການ
ໃນປີທ່ອງທ່ຽວ 2018 ໃຫ້ເປັນຂະບວນການຟົດຟື້ນ ຕ້ອນຮັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.

ທ່ານກ່າວອີກວ່າ: ສໍາລັບກິດຈະກໍາປິ່ນອ້ອມຢູ່ພາຍໃນປະກອບມີ: ການຈັດຂະບວນຄາລະວານລົດທ່ອງທ່ຽວຕາມເສັ້ນທາງແຫຼ່ງທ່ອງທ່ຽວ
ຂອງບາງແຂວງພາກເໜືອ ແລະ ພາກໃຕ້, ການຈັດລາຍການຢ້ຽມຢາມແຫຼ່ງທ່ອງທ່ຽວສໍາລັບສື່ມວນຊົນ ແລະ ບໍລິສັດທ່ອງທ່ຽວທັງພາຍ
ໃນ ແລະ ຕ່າງປະເທດ, ​ເພື່ອໂຄສະນາຜະລິດຕະພັນ ແລະ ແຫຼ່ງທ່ອງທ່ຽວອັນໂດດເດັ່ນ ສປປ ລາວ, ກິດຈະກໍາສະເຫຼີມສະຫຼອງວັນ
ທ່ອງທ່ຽວໂລກ. ນອກນັ້ນ, ຍັງມີລາຍການທ່ອງທ່ຽວຂີ່ລົດຖີບອາຊຽນ, ການແຂ່ງລົດຈັກວິບາກ, ການແຂ່ງລົດໃຫຍ່ວິບາກ ແລະ ກິດຈະ
ກໍາປີນໜ້າຜາ ແລະ ກິດຈະກໍາອື່ນໆ. ຄາດວ່າໃນປີ 2020 ຈະມີນັກທ່ອງທ່ຽວເຖິງ 6 ແສນກວ່າຄົນເຂົ້າມາລາວ, ສໍາລັບ ພິທີເປີດປີ
ທ່ອງທ່ຽວລາວຈະຈັດຂຶ້ນພ້ອມກັບພິທີເປີດງານບຸນນະມັດສະການພະທາດຫຼວງ ໃນວັນທີ 28  ຕຸລາ 2017 ນີ້.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ