​ໄຟ​​ໄໝ້ປ່າຢູ່​ລັດກາ​ລິ​​​ໂຟ​ເນຍອາ​ເມ​ລິ​ກາ​ໄດ້​ເຮັດ​ໃຫ້ 21 ຄົນ​ເສຍ​ຊີວິດ
2017-10-12 16:53:44  cri 
​ເນື່ອງ​ຈາກໄຟ​ໄໝ້ປ່າຢູ່​ລັດ​ກາ​ລິ​​​ໂຟ​ເນ​ຍອາ​ເມ​ລິ​ກາສືບຕໍ່​ເພີ່ມ​ຂຶ້ນ. ວັນ​ທີ 11 ຕຸລາ​ນີ້, ພະ​​ແນ​ກປ່າ​ໄມ້ ​ແລ​ະດັບ​​ເພີງ​ກາ​ລິ​ໂຟ​ເນຍຢືນຢັນ​ວ່າ: ​ອັກຄີໄພ​ຄັ້ງນີ້​ໄດ້​ເຮັດ​ໃຫ້​ 21 ຄົນ​ເສຍ​ຊີວິດ. ປັດຈຸບັນ, ​ນັກ​ດັບ​ເພີງ 8000 ຄົນ​ກຳ​ລັງ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ​ຢ່າງ​ໜັກໜ່ວງ. ຕາມສື່​ມວນ​ຊົນ​ທ້ອງ​ຖິ່ນ​ລາຍ​ງານ​ວ່າ: ນີ້​ແມ່ນ​ໄຟ​ໄໝ້ປ່າ​ທີ່​ຮຸນ​ແຮງ​ທີ່​ສຸດຄັ້ງ​ໜຶ່ງ​ຂອງກາ​ລິ​ໂຟ​ເນຍໃນ​ໄລຍະ​ຜ່ານ​ມາ ​ເຊິ່ງ​ໄດ້​ລຸກລາມ​ເຖິງ 1 ​ແສ​ນ 7 ​ໝື່ນ​​ເຮັກຕາ ​ເຮັດ​ໃຫ້​ມີສິ່ງ​ກໍ່ສ້າງ 3000 ​ແຫ່ງ​ຖື​ກ​ເຜົາ​ຜານ.

ອົງການ​ອຸ​ຕຸ​ນິຍົມ​ທ້ອງ​ຖິ່ນ​ປະກາດ​ເຕືອນ​ໄພວ່າ: ຈະ​ມີ​ລົມພັດ​ແຮງ ​ແລະ​ອາກາດ​ຮ້ອນ ​ເຊິ່ງ​ຈະ​ສ້າງ​ຄວາມ​ຫຍຸ້ງຍາກ​​ໃຫ້​ເຈົ້າ​ໜ້າ​ທີ່​ຫຼາຍ​ໃນ​ການ​ດັບ​ເພີງຄັ້ງ​ນີ້.

ຕອນ​ບ່າຍ​ວັນ​ທີ 8 ຕຸລາ​ນີ້​ໃນ​ພາກ​ເໜືອ​ລັດກາ​ລິ​​ໂຟ​ເນຍ​ໄດ້​​ເກີດ​ໄຟ​ໄໝ້ປ່າ. ​​ເຈົ້າໜ້າ​ທີ່​ກາ​ລິ​ໂຟ​ເນຍກ່າວ​ວ່າ: ຕ້ອງ​​ໄດ້​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອໃຫ້​​ເຈົ້າ​ໜ້າ​ທີ່​ດັບ​ເພີງຂອງ​ເຂ​ດອື່ນໆ​​ເຂົ້າ​ມາ​ຊ່ວຍ​ຈຶ່ງ​ຈະ​ສາມາດ​ດັບ​ໄຟ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ