ຊາວ​ຈີນ​ຕ່າງດ້າວ​ມີ​ຄວາມ​ຄາດ​ຫວັງ​ຕໍ່​ການ​ໄຂ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 19 ຂອງ​ພັກ​ກອມ​ມູນິດ​ຈີນ​ຢ່າງ​ມີ​ໄຊ
2017-10-13 16:24:12  cri 

ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 19 ຂອງ​ພັກ​ກອມ​ມູນິດ​ຈີນ​ທີ່​ຈະໄຂ​ຂຶ້ນ​ໃນ​ໄວໆ​ນີ້ ​ແມ່ນ​ເຫດການທາງ​ການ​ເມືອງ​ທີ່ສຳຄັນ​ທີ່​ສຸດ​ຂອງ​ຈີນ​ໃນ​ປີ​ນີ້, ​ເມື່ອ​ເວົ້າ​ເຖິງ​ຊາວ​ຈີນ​ຕ່າງ​ດ້າວ​ເປັນ​ພັນ​ເປັນໝື່ນຄົນ​ແລ້ວ, ການ​ໄຂ​ກອງ​ປະຊຸມ​ດັ່ງກ່າວ​ກໍ​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ​ຕໍ່​ການ​ພັດທະນາ​ຂອງ​ຕົນ​ເຊັ່ນ​ດຽວ​ກັນ ຈຶ່ງ​ຫວັງ​ວ່າ​ນະ​ໂຍບາຍ​ພັດທະນາ​ ​ແລະ ຍຸດ​ທະ​ສາດ​ການ​ສ້າງສາ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງທີ່ລັດຖະບານ​ຈີນ​ຈະ​ວາງ​ອອກ​ໃໝ່​ນັ້ນ ຈະ​ເປັນ​ການ​ສ້າງ​ໂອກາດ​ໃຫ້​ແກ່​ເຂົາ​ເຈົ້າຫຼາຍກວ່າ​ເກົ່າບໍ່​ວ່າ​ຈະພັດທະນາ​ຢູ່​ຕ່າງປະ​ເທດ ຫຼື ຈະກັບ​ມາ​ພັດທະນາ​ຕົນພາຍໃນ​ປະ​ເທດ​.

ທ່ານ​ເສີນ​ເຈິ້ງ​ຊີ ປະທານ​ສະມາຄົມ​ການ​ຄ້າ​ຈີນຢູ່ອີ​ຕາ​ລີ ​ກ່າວຕໍ່​ນັກ​ຂ່າວ​ວ່າ: ​ໃນ​ຮອບ 5 ປີ ​ເຊິ່ງນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ​ເປັນຕົ້ນມາ, ການ​ພັດທະນາ​ພາກສ່ວນເສດຖະກິດ​ທີ່​ບໍ່​ແມ່ນ​ຂອງ​ລັດ ​ໄດ້​ສ້າງ​ສະພາບ​ແວດ​ລ້ອມ​ດ້ານ​ນະ​ໂຍບາຍ​ ​ແລະ ບັນຍາກາດ​ສັງຄົມທີ່​ດີ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃຫ້​ແກ່​ຊາວ​ຈີນ​ຕ່າງ​ດ້າວ​ກັບ​ມາ​ພັດທະນາ​ທຸລະ​ກິດພາຍ​ໃນ​ປະ​ເທດ​.

ຂະນະ​ທີ່​ທ່ານ​ ດຣ ​ເສິງ​ຢີ້ຟູ້ ຊ່ຽວຊານ​ດ້ານ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ ທີ່​ເປັນ​ຊາວ​ຈີນອາ​ໄສ​ຢູ່​ເມືອງ​ລອສ​ແອ​ງ​ເຈີ​ລິ​ສ ສະຫະລັດ​ອາ​ເມ​ລິ​ກາ ກໍ​ຫວັງ​ວ່າ ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 19 ຂອງ​ພັກ​ກອມ​ມູນິດ​ຈີນ​ຈະ​​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ອະນຸລັກ​ສິ່ງ​ແວດ​ລ້ອມຫຼາຍຂຶ້ນກວ່າ​ເກົ່າ ທ່ານ​ກ່າວ​ໂດຍ​​ເຊື່ອ​ໝັ້ນວ່າ ຈະ​ມີຕົວ​ເມືອງ​ຂອງ​ຈີນທີ່ບັນລຸ​ເປົ້າໝາຍ​ການ​ຫັນປ່ຽນ​ຮູບ​ແບບດັ້ງ​ເດີມ​ມາ​ເປັນ​ແບບ​ກາກ​ບອນຕ່ຳ ​ແລະ ​ການພັດທະນາ​ແບບ​ກາກ​ບອນ​ຕ່ຳນັ້ນຫຼາຍຂຶ້ນ​ກວ່າເກົ່າຫຼັງກອງ​ປະຊຸມ​ດັ່ງກ່າວສຳ​ເລັດ​ລົງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ