ນັກ​ວິ​ສະ​ວະ​ກອນ​ຈີນຊຸດ​ທຳ​ອິດ​ໄດ້​ຜ່ານ​ການ​ຮັບ​ຮອງຈາກ​ໂຄງ​ການ​ກໍ​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຂອງໄທ
2017-10-13 17:07:17  cri 
ຕາມ​ຂ່າວCRI: ຫວ່າງ​ມໍ່ໆ​ມາ​ນີ້, ສະ​ມາ​ຄົມ​ນັກ​ວິ​ສະ​ວະ​ກອນ​ໄທ​ໄດ້​ເປີດ​ເຜີຍ​ຜົນ​ການກວດ​ກາ​ນັກ​ວິ​ສະ​ວະ​ກອນ​ຈີນ​ຊຸດທຳ​ອິດ​ທີ່​ໄດ້​ຜ່ານການ​ຮັບ​ຮອງຈາກໂຄງ​ການ​​ກໍ່​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງບາງກອກ-ຈັງ​ຫວັດ​​ນະຄອນ​ລາດ​ຊະ​ສິ​ມາ​ຂອງ​ໄທ. ທ່ານ ດ​ຣ. ອາ​ມອນ ພິ​ມານ​ມັດ ເລ​ຂາ​ທິ​ການ​ໃຫຍ່​ສະ​ມາ​ຄົມ​ນັກ​ວິ​ສະ​ວະ​ກອນ​ໄທກ່າວ​ວ່າ: ນັກ​ວິ​ສະ​ວະ​ກອນ​ຈີນຊຸດ​ທຳ​ອິດ​ໄດ້​ຮັບ​ການກວດ​ກາ​ຢູ່​ນະ​ຄອນ​ທຽນ​ສິນ​ຂອງ​ຈີນ​ໃນ​ວັນ​ທີ 22 ຫາ​ວັນ​ທີ 25 ກັນ​ຍາ​ຜ່ານ​ມາ, ໃນ​ນັ້ນ​ໄດ້​ມີ​ນັກ​ວິ​ສະ​ວະ​ກອນ 77 ຄົນ​ໄດ້​ຮັບ​ຄະ​ແນນ​ທີ່​ພົ້ນ​ເດັ່ນ. ສະ​ມາ​ຄົມ​ຕົນ​ຈະ​ມອບ​ໃບ​ຢັ້ງ​ຢືນ​ຄຸນ​ວຸດ​ທິໃຫ້​ແກ່​ນັກ​ວິ​ສະ​ວະ​ກອນ​ເຫຼົ່າ​ນີ້ ແລະ​ຈາກ​ນີ້​ເຂົາ​ເຈົ້າ​​ຈະສາ​ມາດ​ເຮັດ​ວຽກ​ຢູ່​ໄ​ທ​ໄດ້ດ້ວຍ​ໃບ​ຢັ້ງ​ຢືນ​ດັ່ງ​ກ່າວ​ຢ່າງ​ຊອບ​ດ້ວຍ​ກົດ​ໝາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ