ທະ​ນາ​ຄານ​ກາງ​ຣັດ​ເຊຍ​ພິມ​ຈຳ​ໜ່າຍ​ທະ​ນາ​ບັດ​ໃໝ່ໃບ 200 ຣູບ​ແລະ 2000 ​ຣູບ
2017-10-13 16:49:07  cri 
ຕອນ​ເຊົ້າ​ວັນ​ທີ 12 ຕຸ​ລາ​ນີ້, ທະ​ນາ​ຄານ​ກາງ​ຣັດ​ເຊຍ​ເລີ່ມ​ພິມ​ຈຳ​ໜ່າຍ​ທະ​ນາ​ບັດ​ໃໝ່​ໃບ 200 ຣູບ​ແລະ 2000 ​ຣູບ. ທ່ານ​ນາງ​ເອ​ວິ​ຣ​ບາ ນະ​ບິວ​ລິ​ນາ, ຜູ້​ວ່າ​ການ​ທະ​ນາ​ຄານ​ກາງ​ຣັດ​ເຊຍ​ກ່າວ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ວ່າ, ຮູບ​ແຕ້ມ​ໃນ​ທະ​ນາ​ບັດ​ໃໝ່​ແມ່ນ​ສະ​ຖານ​ທີ່​ທີ່​ເປັນ​ສັນ​ຍະ​ລັກຂອງ​ເຂດກຼືມ​ແລະ​ຕາ​ເວັນ​ອອກ​ໄກ. ຕາມ​ປະ​ເພ​ນີ, ທະ​ນາ​ບັດ​ໃໝ່​ຈະ​ນຳ​ໃຊ້​ຢູ່​ສອງ​ເຂດ​ດັ່ງ​ກ່າວ​ແລະ​ນະ​ຄອນ​ຫຼວງ​ມົ​ສ​ກູ​ກ່ອນ, ແລະ​ຄາດ​ວ່າ​ຈະ​ເລີ່ມ​ໃຊ້​ໃນ​ທົ່ວ​ປະ​ເທດ​ຣັດ​ເຊຍແຕ່​ເດືອນ​ທັນ​ວາ​ປີ​ນີ້​ເປັນ​ຕົ້ນ​ໄປ.

ກ່ອນ​ໜ້າ​ນີ້, ຣັດ​ເຊຍ​ມີ​ທະ​ນາ​ບັດ​ມູນ​ຄ່າ 6 ຊະ​ນິດ​ຄື: 10 ຣູບ,  50 ​ຣູບ, 100 ​ຣູບ, 500 ​ຣູບ, 1000 ​ຣູບ​ແລະ 5000 ​ຣູບ. ທະ​ນາ​ຄານ​ກາງ​ຣັດ​ເຊຍ​ກ່າວ​ວ່າ, ການ​ທີ່​​ຈຳ​ໜ່າຍ​ທະ​ນາ​ບັດ​ທີ່​ມີ​ມູ​ນ​ຄ່າ​ໃໝ່​ແມ່ນ​ເພື່ອ​ສະ​ໜອງ​ຄວາ​ມ​ສະ​ດວກ​ໃຫ້​ແກ່​ປະ​ຊາ​ຊົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ