ກຳ​ປູ​ເຈຍ​ສົ່ງ​ຄືນ​ຜູ້​ຕ້ອງ​ຫາຈີນ 70 ກວ່າ​ຄົນ​ທີ່​ກ່ຽວ​ພັນ​ເຖິງ​ການຫຼອກ​ລວງ​ທາງໂທ​ລະ​ຄົມ​
2017-10-13 16:57:57  cri 
ຜູ້​ຕ້ອງ​ຫາ​ຈີນ 70 ກວ່າ​ຄົນ​ທີ່​ຖືກ​ສົງ​ໄສ​ກ່ຽວ​ພັນ​ເຖິງ​ການ​ຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ຢູ່​ກຳ​ປູ​ເຈຍ​ໄດ້​ຖືກ​ສົ່ງ​ກັບຄືນ​​ປະ​ເທດ​ຈີນ​ຈາກ​ສະ​ໜາມ​ບິນ​ພະ​ນົມ​ເປັນ​ໃນ​ວັນ​ທີ 12 ຕຸ​ລາ​ນີ້​ໂດຍຢູ່​ພາຍ​ໃຕ້​ການ​ຄຸ້ມ​ຕົວ​ຂອງ​ເຈົ້າ​ໜ້າ​ທີ່​ອົງ​ການຊາວ​ຍົບ​ພະ​ຍົບ​ກຳ​ປູ​ເຈຍ​ແລະ​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ຈີນ.

​ຫວ່າງມໍ່ໆ​ມາ​ນີ້, ​ອົງ​ການຊາວ​​ອົບ​ພະ​ຍົບ​ກຳ​ປູ​ເຈຍແລະ​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ຈີນ​ໄດ້​ຮ່ວມ​ມື​ຈັບ​ຜູ້​ຕ້ອງ​ຫາ​ຮ້ອຍ​ກວ່າ​ຄົນ​ຢູ່ທ່າ​ກ່ຳ​ປັ່ນ​ສີ​ຫາ​ນຸ​ແລະ​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ, ໂດຍ​ຜ່ານ​ການ​ສືບ​ສວນ​ໄດ້​ຢືນ​ຢັນ​ວ່າ​ມີ 70 ກວ່າ​ຄົນ​ກ່ຽວ​ພັນ​ເຖິງ​ການ​ຫຼອກ​ລວງ​ທາງ​ໂທ​ລະ​ຄົມ, ຜູ້​ຕ້ອງ​ຫາ​ເຫຼົ່າ​ນີ້​ມາ​ຈາກ​ແຂວງ​ຊ່າ​ນ​ຕຸ່ງ, ແຂວງ​ຈ່​ຽງ​ຊູ່​ແລະ​ແຂວງ​ເຫີ​ນານ ສ​ປ​ຈີນ, ໃນ​ນັ້ນ​ມີ​ຜູ້​ຍິງ 14 ຄົນ.

​ເຈົ້າ​ໜ້າ​ທີ່​ອົງ​ການ​ຊາວ​ອົບ​ພະ​ຍົບ​ກຳ​ປູ​ເຈຍ​ກ່າວ​ວ່າ, ປະ​ເທດ​ຕົນ​ໄດ້​ສົ່ງ​ຄືນ​ຜູ້​ຕ້ອງ​ຫາ​ຈີນ​ຫຼາຍ​ຮ້ອຍ​ຄົນ​ທີ່ຖືກ​ສົງ​ໄສ​ຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ຢູ່​ກຳ​ປູ​ເຈຍ.​
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ