ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ແລະ​ອາ​ເມ​ລິ​ກາ​ປຶກ​ສາ​ຫາ​ລື​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ຜ່ານ​ທາງ​ໂທ​ລະ​ສັບ
2017-10-13 17:04:34  cri 
ທ່ານ​ເຊີ​ເກ ລັຟລົ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ແລະ​ທ່ານ​ເຣັ​ກ​ສ໌ ທິ​ເລີ​ຊັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ໂທ​ລະ​ສັບ​ລົມ​ກັນ​ໃນ​ວັນ​ທີ 12 ຕຸ​ລາ​ນີ້, ​ໂດຍສອງ​ຝ່າຍ​ໄດ້​ແລກ​ປ່ຽ​ນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ, ບັນ​ຫາ​ຊີ​ຣີ, ບັນ​ຫາ​ແຫຼມ​ເກົາ​ຫຼີ, ບັນ​ຫາ​ອູ​ແກຼນ​ແລະ​ອື່ນໆ. ໃນ​ເວ​ລາ​ເວົ້າ​ເຖິງ​ບັນ​ຫາ​ນິວ​ເຄຼ​ຍ​ອີ​ຣານ, ທ່ານ​ລັ​ຟ​ລົ​ຟ​ ກ່າວ​ວ່າ, ປະ​ເທດ​ຕົນ​ເຫັນ​ວ່າ​ອີ​ຣານ​ພວມ​ປະ​ຕິ​ບັດ​ຕາມ​ພັນ​ທະ​ທັງ​ໝົດ​ທີ່​ກຳ​ນົດ​ໄວ້​ໃນ​ສັນ​ຍາ​ນິວ​ເຄຼຍ​ອີ​ຣານ, ບັນ​ດາ​ຝ່າຍ​ລ້ວນ​ແຕ່​ຄວນ​ປະ​ຕິ​ບັດ​ສັນ​ຍາ​ສະ​ບັບ​ນີ້.

ກ່ອນ​ໜ້າ​ນີ້​ທ່ານ​ລັວ​ລົ​ຟ​ເຄີຍ​ກ່າວ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ວ່າ, ສັນ​ຍາ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ໄດ້​ຜ່ານ​ການກວດ​ກາ​ແລະ​ຮັບ​ຮອງ​ຈາກ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ຕ້ອງ​ໄດ້​ປະ​ຕິ​ບັດ​ໃຫ້​ດີ. ປະ​ເທດ​ຕົນ​ຄິດ​ບໍ່​ອອກ​ວ່າ, ອາ​ເມ​ລິ​ກາ​ຈະ​ຖອນ​ອອກ​ຈາກ​ສັນ​ຍາ​ນິວ​ເຄຼຍ​ອີ​ຣານ​ແນວ​ໃດ​ໃນ​ດ້ານ​ກົດ​ໝາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ