ປະ​ເທດ​ທີ່​ລາຍ​ຮັບ​ປານ​ກາງ​ຄວນ​ຖອ​ດຖອນ​ບົດຮຽນ​ຂອງ​ຈີນ
2017-10-13 16:38:27  cri 

ຕາມ​ຂ່າວCRI: ວັນ​ທີ 12 ຕຸລາ​ນີ້ ຢູ່​ລັດ​ວໍ​ຊິງ​ຕັນ, ທ່ານ​ຈິ​ມຢົງ​ກິມ ຜູ້​ວ່າການ​ທະນາ​ຄານ​ໂລກ​ກ່າວ​ວ່າ: ຈີນ​ໄດ້​ແກ້​ໄຂ​ບັນຫາ​ຄວາມ​ທຸກຍາກ​ຂອງ​ພົນ​ລ​ະ​ເມືອງ 800 ລ້ານ​ຄົນ ​ເຊິ່ງ​ເປັນໜຶ່ງ​ໃນ​ຜົນສຳ​ເລັດ​​ໃຫຍ່​ທີ່​ສຸດ​​ໃນ​ປະຫວັດສາດມວນ​ມະນຸດ, ບັນດາ​ປະ​ເທດ​ທີ່​ລາຍ​ຮັບປານ​ກາງ​ຄວນ​ຖອດ​ຖອນບົດຮຽນ​​ໃນ​ດ້ານນີ້​ຂອງ​ຈີນ.

ທ່ານ​ກ່າວ​ວ່າ, ຄຽງ​ຄູ່​ກັບ​ການ​ປະຕິ​ຮູບ​ເສດ​ຖະກິດ​ ​ແລະ​ເຂົ້າ​ສູ່​ຕະຫຼາດ​ໂລກ, ຈີນ​ພົນລ​ະ​ເມືອງ 800 ລ້ານ​ຄົນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ. ຈີນ​ໄດ້​ປະກອບສ່ວນສ່ວນ​ຫຼາຍ​ທີ່​ສຸດ​ໃນ​ການເຮັດ​ໃຫ້ອັດຕາສ່ວນ​ພົນລະ​ເມືອງ​ທຸກ​ຍາກ​​ແຮງ​ທີ່​ສຸດ​ໃນ​​ໂລກ​ຫຼຸດ​ຈາກ 40% ​ເຖິງ 10%​ ​ໃນ​ປັດຈຸບັນ.

ທ່ານ​ກ່າວ​ຕື່ມ​ວ່າ: ທະ​ນາຄາ​ນ​ໂລກ​ບໍ່​ພຽງ​ແຕ່​ຊ່ວຍ​ເຫຼືອ​ກາ​ນພັດທະນາ​ຈີນ​ເທົ່າ​ນັ້ນ, ຍັງ​ຖອດ​ຖອນ​ບົດຮຽນ​ຂອງ​ຈີນ​ອີກ. ປັກ​ຈຸ​ບັນ​ນີ້, ທະນາຄານ​ໂລກ​ກຳລັງ​ຮ່ວມ​ມື​ກັບ​ບໍລິສັດ​ອາລີ​ບາ​ບາ​ຈີນ ​ເພື່ອ​ຊອກ​ຄົ້ນ​ວິທີແກ້​ໄຂ​ບັນຫາ​ຄວາມ​ຫຍຸ້ງຍາກ​ໃນ​ການ​ລະດົມ​ທຶນ​ຂອງ​ວິ​ສາ​ຫະກິດຂະໜາດກາງ ​ແລະ​ນ້ອຍ​ທະວີບອາ​ຟຣິກາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ