ອີ​ຣານ​ກ່າວ​ວ່າ, ອາ​ເມ​ລິ​ກາ​ບໍ່​ມີ​ສິດ​ຍົກ​ເລີກ​ສັນ​ຍາ​ນິວ​ເຄຼຍ​ອີ​ຣານ​ໂດຍ​ຝ່າຍ​ດຽວ
2017-10-14 16:58:00  cri 

​ຕອນ​ຄ່ຳວັນ​ທີ 13 ຕຸ​ລາ​ນີ້, ທ່ານ​ຮາຊານ ຣູ​ຮາ​ນີ​ ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານກ່າວ​​ປາ​ໄສ​ທາງ​ໂທ​ລະ​ພາບ​ວ່າ, ສັນ​ຍາ​ຮອບ​ດ້ານ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ແມ່ນ​ສັນ​ຍາ​ສາ​ກົນ​ສະ​ບັບ​ໜຶ່ງ, ອາ​ເມ​ລິ​ກາ​ບໍ່​ມີ​ສິດ​ຍົກ​ເລີd​ໂດຍ​ຝ່າຍ​ດຽວ.

ທ່ານ​ຣູ​ຮາ​ນີ​ກ່າວ​ວ່າ, ສັນ​ຍາ​ນິວ​ເຄຼຍ​ອີ​ຣາຍ​ແມ່ນ​ສັນ​ຍາ​ຫຼາຍ​ຝ່າຍ​ສະ​ບັບ​ໜຶ່ງ, ບໍ່​​ວ່າປະ​ທາ​ນາ​ທິ​ບໍ​ດີ​ຂອງ​ປະ​ເທດ​ໃດ​​ກໍ​ຕາມ​ກໍ່​ບໍ່ສາ​ມາດ​ຍົກ​ເລີກ​ໄດ້​ໂດຍ​ຝ່າຍ​ດຽວ​. ໃນ​ບັນ​ຫາ​ທີ່​ປະ​ຕິ​ບັດ​ຕໍ່​ສັນ​ຍາ​ນິວ​ເຄຼຍ​ອີ​ຣານ​ແນວ​ໃດ, ​ຝ່າຍ​ອື່ນໆ​ລ້ວນ​ແຕ່​ບໍ່​ເຫັນ​ດີ​ການ​ກະ​ທຳ​ຂອງ​ທ່ານ​ທ​ຣຳ.

ທ່ານ​ຣູ​ຮາ​ນີ​ກ່າວ​ເນັ້ນ​ວ່າ, ສັນ​ຍາ​ຮອບ​ດ້ານ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານກໍ່​ດັດ​ແກ້​ບໍ່​ໄດ້. ອີ​ຣານ​ຈະ​​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ, ສືບ​ຕໍ່ຮ່ວມ​ມື​ກັບ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ​ແລະ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ຖ້າ​ສິດ​ປະ​ໂຫຍດ​ຂອງ​ອີ​ຣາ​ນ​ພາຍ​ໃຕ້​ສັນ​ຍາ​ດັ່ງ​ກ່າວ​ຖືກ​ທຳ​ລາຍ, ອີ​ຣານ​ກໍ​ຈະ​ມີ​ປະ​ຕິ​ກິ​ລິ​ຍາ​ຢ່າງ​ບໍ່​ລັ່ງ​ເລ​ໃຈ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ