ຊຽງ​ໄຮ​ໄດ້​ຮັບ​ສິດ​ຈັດ​ການ​ແຂ່ງ​ຂັນສີ​ມືໂລກ​ຄັ້ງ​ທີ 46 ປີ 2021
2017-10-14 14:54:33  cri 

ວັນ​ທີ 13 ຕຸ​ລາ​ນີ້, ກອງ​ປະ​ຊຸມ​ສະ​ມາ​ຊິກ​ຄົບ​ຖ້ວນ​ຂອ​ງ​ອົງ​ການ​ຈັດ​ຕັ້ງ​ສີ​ມື​ໂລກ​ທີ່​ຈັດ​ຂຶ້ນ​ຢູ່ນະ​ຄອນ​ຫຼວງອາ​ບູດາ​ບີ​ແຫ່ງສະຫະລັດ​ອາຣັບ​ເມ​ມີ​ເຣດ​ເປັນ​ເອ​ກະ​ສັນ​ຕົກ​ລົງ​ໃຫ້ ​ຈັດ​ການ​ແຂ່ງ​ຂັນ​ສີ​ມື​ໂລກ​ຄັ້ງ​ທີ 46 ປີ 2021​ ຢູ່ນະ​ຄອນ​ຊຽງ​ໄຮ​ຈີນ.

​ຕອນ​ບ່າຍ​ວັນ​ທີ 13 ຕຸ​ລາ​ນີ້, ກ່ອນ​ຢືນ​ຢັນ​ວ່າ​ນະ​ຄອນ​ຊຽງ​ໄຮ​ໄດ້​ຮັບ​ສິດ​ຈັດ​ການ​ແຂ່ງ​ຂັນ, ທ່ານ​ສີ​ຈີນ​ຜີງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​​ປາ​ໄສ​ຜ່ານ​ທາງ​ວິ​ດີ​ໂອ ໂດຍ​ຕາງ​ໜ້າ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຈີນ​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ທີ່​ໝັ້ນ​ໜຽວ​ໃຫ້​ຊຽງ​ໄຮ​ຈັດ​ການ​ແຂ່ງ​ຂັນ​​ສີ​ມືໂລກ​ຄັ້ງທີ 46 . ທ່ານ​ສີ​ຈີນ​ຜີງ​ຊີ້​ອອກວ່າ, ການ​ແຂ່ງ​ຂັນ​​ສີ​ມືໂລກ​ຈັດ​ຂຶ້ນ​ຢູ່​ຈີນ​ຈະ​ມີ​ຜົນ​ດີ​ຊຸກ​ຍູ້​ໃຫ້​ຈີນ ກັບ ບັນ​ດາ​ປະ​ເທດ​ແລກ​ປ່ຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນໃນ​ຂົງ​ເຂດ​ສີ​ມື, ຊັກ​ນຳ​ໃຫ້​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ຈີນ ໂດຍ​ສະ​ເພາະ​ຊາວ​ໜຸ່ມເກືອບ 200 ລ້ານ​​ຄົນ​ເອົາ​ໃຈ​ໃສ່, ຮັກ​ຫອມ ແລະ ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ສີ​ມື, ໃຫ້​ປະ​ຊາ​ຊົນ​ຈີນ​ມີ​ໂອ​ກາດ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວິ​ຊາ​ສະ​ເພາະ​ຂອງ​ໂລກ. ລັດ​ຖະ​ບານ​ຈີນ​ຍ້ອງ​ຍໍ​ຈຸດ​ປະ​ສົງ​ການ​ພັ​ດ​ທະ​ນາ​ຂອງ​ອົງ​ການ​ຈັດ​ຕັ້ງ​ສີ​ມືໂລກ​ໃນ​ລະ​ດັບ​ສູງ, ຍິນ​ດີ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ຕ່າງ​ໆ​ທີ່​ກ່ຽວ​ຂ້ອງ, ສືບ​ຕໍ່​ປະ​ກອບ​ສ່ວນ​​ເຂົ້າ​ໃນ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ໂລກໃຫ້​ຫຼາຍກວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ