ນາງອັອງ​ຊານ​ຊູ​ຈີປະ​ກາດ​ວ່າ,ມຽນ​ມາ​ຈະ​ສ້າງ​ກົນ​ໄກ​ໃໝ່​ເພື່ອ​ພັ​ດ​ທະ​ນາ​ລັດ​ຍະ​ໄຂ່
2017-10-14 15:00:23  cri 

ຕອນ​ຄ່ຳ​ວັນ​ທີ 12 ຕຸ​ລາ​ນີ້, ​ທ່ານນາງ​ອັອງ​ຊານ​ຊູ​ຈີ ທີ່​ປຶກ​ສາ​​ແຫ່ງ​ລັດມຽນ​ມາໄດ້ກ່າວ​ຄຳ​ປາ​ໄສ​ຜ່ານ​ທາງໂທ​ລະ​ພາບ​ຕໍ່​ທົ່ວ​ປະ​ເທດ​ໂດຍ​ປະ​ກາດ​ວ່າ, ມຽນ​ມາ​ຈະ​ສ້າງ​ກົນ​ໄກ​ໃໝ່​ເພື່ອ​ພັ​ດ​ທະ​ນາ​ລັດ​ຍະ​ໄຂ່, ຊຸກ​ຍູ້​​ໃຫ້ປະ​ຊາ​ຊົນ​ລັດ​ຍະ​ໄຂ່​​ກັບ​ຄືນບ້ານ​ເກີດ​ເມືອງ​ນອນ, ແກ້​ໄຂ​ບັນ​ຫາ​ຈັດ​ສັນ​ຄືນ​ໃໝ່ ພ້ອມ​ທັງ​​ຊຸກ​ຍູ້ການ​ພັດ​ທະ​ນາ ແລະ ສັນ​ຕິ​ພາບ​​ຂອງທ້ອງ​ຖິ່ນ.

​ທ່ານນາງ​ອັອງ​ຊານ​ຊູ​ຈີ​ກ່າ​ວ​ວ່າ, ເພື່ອ​ຊຸກ​ຍູ້​ລັດ​​ຍະ​ໄຂ່ໃຫ້​ພັດ​ທະ​ນາ​ໂຄງ​ການ​ໃນ​ຂົງ​ເຂດ​ຕ່າງ​ໆ, ຈະ​ສ້າງ​ໂຄງ​ການ​ຊ່ວຍ​ເຫຼືອມະ​ນຸດສະ​ທຳ, ຈັດ​ສັນ​ຄືນ​ໃໝ່ ແລະ ພັດ​ທະ​ນາ​ລັດ​​ຍະ​ໄຂ່, ນາງ​ເອງ​ຈະ​ເປັນ​ປະ​ທານ​ຂອງ​ອົງ​ການ​ໂຄງ​ການ​ດັ່ງ​ກ່າວ. ກົນ​ໄກ​ໃໝ່​ນີ້​ຈະ​ເລິ່ມ​ປະ​ຕິ​ບັດ​ໃນ​ອາ​ທິດ​ໜ້າ, ມີ​ຈຸດ​ປະ​ສົງ​ບັນ​ລຸ​ໃຫ້​ລັດ​ຖະ​ບານ​ສະ​ຫະ​ພາບມຽນ​ມາ, ທ້ອງ​ຖິ່ນ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ ພ້ອມ​ທັງ​ຊັ້ນ​ຄົນ​ຕ່າງໆ​ໃນ​ສັງ​ຄົມ​ຮ່ວມ​ມື​ພ້ອມ​ກັນໃນ​ຂົງ​ເຂດ​ຕ່າງໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ