ລະ​ບົບ​ເປ​ໂຕ​ຈີນສຳ​ເລັດຜົນ​ຄັ້ງ​ທຳ​ອິດ​ໃນ​ການ​ບັນ​ຊາ​ການ​ທົດ​ລອງ​ບິນ​ຂອງ​ຍົນ​ໂດ​ຍ​ສານທີ່​ຜະ​ລິດ​ໂດຍ​ຈີນ
2017-10-15 15:16:18  cri 
ວັນ​ທີ 14 ຕຸ​ລານີ້ ບໍ​ລີ​ສັດ​ຍົນ​ການ​ຄ້າ​ຈີນ​ຈຳ​ກັດ​ປະ​ກາດ​ວ່າ, ລະ​ບົບ​ບັນ​ຊາ​ທິດດ້ວຍ​ດາວ​ທຽມ​ເປ​ໂຕ​ຈີນ​ໄດ້​ບັນ​ຊາ​ການ​ບິນ​ຂອງຍົນ​ໂດ​ຍສານ ARJ21-700 ​ທີ່​ຈີນ​ອອກ​ແບບ​ແລະ​ຜະ​ລິດດ້ວຍ​ຕົນ​ເອງ​ຢ່າງ​ສຳ​ເລັດ​ຜົນ.

ຜົນ​ການທົດ​ລອງ​ການ​ບິນ​ສະ​ແດງ​ໃຫ້​ເຫັນ​ວ່າ, ຄຸນ​ນະ​ພາບ​ຂອງ​ລະ​ບົບ​ທີ່​ກ່ຽວ​ຂ້ອງ​ທີ່​ຈີນ​ຜະ​ລິດ​ດ້ວຍ​ຕົນ​ເອງ​ໄດ້​ບັນ​ລຸ​ມາດ​ຕະ​ຖານ​ສາ​ກົນ, ໃນ​ນັ້ນ ຍັງ​ມີ​​ຕົວ​ເລກ​ດັດ​ຊະ​ນີ​ບາງ​ຢ່າງ​ໄດ້​​ຢູ່ນຳ​ໜ້າ​ລະ​ດັບສາ​ກົນ.

​ມີ​ການ​ວິ​ເຄາະວ່າ, ການ​ທົດ​ລອງ​ກາ​ນ​ບິນ​​ເທື່ອນີ້​ໄດ້​ເກັບ​ກຳ​ຕົວ​ເລກ​ຈຳ​ນວນ​ຫຼວງ​ຫຼາຍ​ໃຫ້​ແກ່​ການ​ຈັດ​ຕັ້ງ​ນຳ​ໃຊ້​ແລະ​ເຜີຍ​ແຜ່​​ມາດ​ຖານ​ສາ​ກົນ​ຂອງ​ການ​ບິນ​ໂດຍ​ສານ​ສາ​ກົນ​ທີ່​ນຳ​ໃຊ້ລະ​ບົບ​​ບັນ​ຊາ​ທິດ​ດ້ວຍ​ດາວ​ທຽມ​ເປ​ໂຕ​ໃນ​ຕໍ່​ໜ້ານີ້. ຍິ່ງ​ສຳ​ຄັນ​ກວ່ານັ້ນ​ແມ່ນ, ການ​ທົດ​ລອງ​ເທື່ອນີ້ໄດ້​ເປີດ​ສາກ​ຢ່າງ​ເປັນ​ທາງ​ການ​ທີ່​​ໃຫ້​ຍົນ​ໂດຍ​ສານ​​ທີ່​ຈີນ​ຜະ​ລິດດ້​ວຍ​ຕົນ​ເອງ​ນຳ​ໃຊ້​ລະ​ບົບ​ເອ​ໂຕ, ​ເຊິ່ງໄດ້​​​ເຮັດ​ໃຫ້ໂຄ​ງ​ການ​ສຳ​ຄັນ 2 ​ໂຄງ​ການ​ທີ່​ກ່ຽວ​ຂ້ອງ​ກັບ​ເສດ​ຖະ​ກິດ​ແຫ່ງ​ຊາດ​ຈີນ​ແລະ​​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຈີນມີ​ການ​ປະ​ສານ​ສົມ​ທົບ​ເຂົ້າ​ກັນ​ຢ່າງ​ແໜ້ນ​ແຟ້ນ, ​ຈະມິ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ຕໍ່​ການ​ພັດ​ທະ​ນາ​ໃນ​ຕໍ່​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ