ໄຂ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 7ຂອງຄະ​ນະ​​ກຳ​ມະ​ການສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຊຸດ​ທີ 18
2017-10-15 10:32:44  cri 



(ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 7 ຂອງ​ຄະ​ນະ​ກຳ​ມະ​ການ​ສູນກາງ​ພັກ​ກອມ​ມູ​ນິດ​ຈີນ​ຊຸດ​ທີ 18 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ແຕ່​ວັນ​ທີ 11-14 ຕຸ​ລານີ້ ເຊິ່ງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ເປັນ​ປະ​ທານ​ໄຂ​ກອງ​ປະ​ຊຸມ, ສະ​ຫາຍ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກ່າວ​ປາ​ຖະ​ກະ​ຖາ​ທີ່​ສຳ​ຄັນ.)

ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 7 ຂອງ​ຄະ​ນະ​ກຳ​ມະ​ການ​ສູນກາງ​ພັກ​ກອມ​ມູ​ນິດ​ຈີນ​ຊຸດ​ທີ 18 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ແຕ່​ວັນ​ທີ 11-14 ຕຸ​ລານີ້ ເຊິ່ງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ເປັນ​ປະ​ທານ​ໄຂ​ກອງ​ປະ​ຊຸມ, ສະ​ຫາຍ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກ່າວ​ປາ​ຖະ​ກະ​ຖາ​ທີ່​ສຳ​ຄັນ.

ກອງ​ປະ​ຊຸມ​ຕົກ​ລົງ​ວ່າ​ໃຫ້​ໄຂ​ກອງ​ປະ​ຊຸມໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 18 ຕຸ​ລານີ້.

ທົ່ວ​ກອງ​ປະ​ຊຸມ​ໄດ້​ຮັບ​ຟັງ ແລະ​ພິ​ຈາ​ລະ​ນາ​ບົດ​ລາຍ​ງານ​ວຽກ​ງານ​ທີ່​ຜ່ານ​ໂດຍ​ສະ​ຫາຍ​ສີ​ຈິ້ນ​ຜິງ ທີ່​ຮັບ​ການມອບ​ໝາຍ​ຈາກ​ກົມ​ການ​ເມືອງ​ສູນ​ກາ​ງ​ພັກ. ກອງ​ປະ​ຊຸມ​ຍັງ​ໄດ້​ພິ​ຈາ​ລະ​ນາ​ຮັບ​ຮອງ​​ບົດ​ລາຍ​ງານ​ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ຊຸດ​ທີ 18 ຂອງ​ພັກ​ທີ່​ຈະ​ກ່າວ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19, ພິ​ຈາ​ລະ​ນາ​ແລະ​ຜ່ານ​ຮັບ​ຮອງ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ຄະ​ນະ​ກຳ​ມະ​ການກວດ​ກາ​ວິ​ໄນ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຊຸດ​ທີ 18 ທີ່​ຈະ​ກ່າວ​ໃນ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19, ພິ​ຈາ​ລະ​ນາ ແລະ​ຜ່ານ​ຮັບ​ຮອງ 《ກົດ​ລະ​ບຽບຂອງ​ພັກ​ກອມ​ມູ​ນິດ​ຈີນ (ສະ​ບັບ​ດັດ​ແກ້)》, ໂດຍ​ຕົກ​ລົງ​ວ່າ​ຈະ​ນຳ​ສະ​ເໜີເອ​ກະ​ສານ 3 ສະ​ບັບ​ດັ່ງ​ກ່າວໄປ​ໃຫ້​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ພິ​ຈາ​ລະ​ນາ​ແລະ​ຜ່ານ​ຮັບ​ຮອງ.

ອີງ​ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ລະ​ບຽບ​ພັກ, ກອງ​ປະ​ຊຸມ​ດັ່ງ​ກ່າວ​ຕົກ​ລົງ​ເພີ່ມ​ສະ​ມາ​ຊິກ​ສຳ​ຮອງ​ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ 11 ສະ​ຫາຍ​ເປັນ​ກຳ​ມະ​ການ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ ເຊິ່ງ​ລາຍ​ຊື່ມີ​ດັ່ງ​ນີ້: ສະ​ຫາຍ​ຊຸ່ຍ​ໂປ, ສະ​ຫາຍ​ຊູ​ສ້ຽງ​ຊິນ, ສະ​ຫາຍ​ມາ​ຊຸ້ນ​ຊິ່ງ, ສະ​ຫາຍ​ວາງ​ຈ້ຽນ​ຈຸ່ນ, ສະ​ຫາຍ​ຫຼິ​ສຽງ, ສະ​ຫາຍ​ເສີນ​ອູ, ສະ​ຫາຍ​ເສີນ​ມິງ​ມິງ, ສະ​ຫາຍ​ຈ້າວ​ລີ້​ຊົງ, ສະ​ຫາຍ​ຈ້າວ​ຊູ້​ສົງ, ສະ​ຫາຍ​ຕ້ວນ​ຊຸນ​ຮ​ວາ, ສະ​ຫາຍ​ໂລ​ຊັນ​ກັງ​ຊຸນ.

ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ນີ້​ຍັງ​ໄດ້​ພິ​ຈາ​ລະ​ນາ ແລະ​ຜ່ານ​ຮັບ​ຮອງບ​ບົດ​ລາຍ​ງານ​ສຳ​ຫຼວດກວດ​ກາ​ບັນ​ຫາ​ລະ​ເມີດ​ລະ​ບຽບ​ການ​ແລະ​ວິ​ໄນ​ຢ່າງ​ໜັກ​ໜ່ວງ​ຂອງທ້າວ​ຊຸນ​ເຈິ້ງ​ສາຍ, ທ້າວ​ຫວງ​ຊິ່ງ​ໂກ, ທ້າວ​ລີ​ລີ​ໂກ, ທ້າຍ​ຊຸນ​ຫວຍ​ຊານ, ນ​າງ​ອູ​ໄອ້​ຢິ່ງ, ທ້າຍ​ຊູ​ຊູ້​ຫຼິນ, ທ້າຍ​ຢາງ​ຮ້ວນ​ນິງ, ທ້າວ​ວາງ​ຊານ​ຢຸ້ນ, ທ້າວ​ຊ້ຽງ​ຈຸ້ນ​ໂປ, ທ້າຍ​ລີ​ຢຸນ​ເຟິງ, ທ້າວ​ຢາງ​ຊົງ​​ຢົງ, ທ້າວ​ຈ່າງ​ຊີ​ອູ ແລະ​ທ້າວ​ໂມ​ຈ້ຽນ​ເສິງ ທີ່​ສະ​ເໜີ​ໂດຍ​ຄະ​ນະ​ກຳ​ມະ​ການກວດ​ກາ​ວິ​ໄນ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ແລະ​ບົດ​ລາຍ​ງານ​ສຳ​ຫຼວດ​ກາດ​ກາ​ບັນ​ຫາ​ລະ​ເມີດ​ລະ​ບຽບ​ການ​ແລະ​ວິ​ໄນ​ຢ່າງ​ໜັກ​ໜ່ວງ​ຂອງ​ທ້າວ​ວາງ​ຈ້ຽນ​ຜິງ ແລະ​ທ້າຍ​ທຽນ​ຊິວ​ຊື່ ທີ່​ນຳ​ສະ​ເໜີ​ໂດຍ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ.



1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ