ອີ​ຣານຈະ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນກວ່າ​ເກົ່າ
2017-10-15 15:08:48  cri 
ວັນ​ທີ 14 ຕຸ​ລາ​ນີ້, ທ່ານ ມັ​ສ​ໂຊດ ຈາ​ຈາ​ເຢ​ຣີ ໂຄ​ສົກ​ກອງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ອີ​ຣານ​ກ່າວ​ວ່າ: ອີ​ຣານ​ຈະ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ດ້ານ​ການ​ປ້ອງ​ກັນປະ​ເທດ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນກວ່າ​ເກົ່າ.

ໃນ​ມື້​ດັ່ງ​ກ່າວ, ສຳ​ນັກ​ຂ່າວ​ສານສາ​ທາ​ລະ​ນະ​ລັດ​ອິ​ສ​​ລາ​ມິກ​ຂອງ​ອີ​ຣານ​ໄດ້​ອ້າງ​ຕາມ​ຄຳ​ເວົ້າ​ຂອງ​ທ່ານ ມັ​ສ​ໂຊ ຈາ​ຈາ​ເຢ​ຣີ ມາ​ລາຍ​ງານ​ວ່າ​: ກອງ​ປ້ອງ​ກັນ​ການ​ປະ​ຕິ​ວັດ​ອິ​ສ​ລາມ​ຂອງ​ອີ​ຣານ​ຈະ "​ທຳ​ລາຍ​ຄວາມຝັນ​ທີ່​ເປັນ​ເຈົ້າ​ໂລກ​ຂອງ​ອາ​ເມ​ລິ​ກາ", ອີ​ຣານ​ຈະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ສະ​ໜັບ​ສະ​ໜູນ​ອາ​ຊີ​ຕາ​ເວັນ​ຕົກ​ກໍ​ຄື​ປະ​ຊາ​ຊົນ​ທີ່​ຖືກ​ກົດ​ຂີ່​ຂູດ​ຮີດຢູ່​ປະ​ເທ​ດ​ອາ​ເມ​ລິ​ກາ.

ໃນ​ຕອນ​ບ່າຍ​ມື້​ດຽວ​ກັນ, ທ່ານ ຈາ​ວັດ ຈາ​ຣິ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ໄດ້​ໂພ​ສ໌​ບົດ​ຄວາມ​ຢູ່​ twitter ​ວ່າ: ກອງ​ປ້ອງ​ກັນ​​ການປະ​ຕິ​ວັດ​ອິ​ສ​ລາມ​ຂອງ​ອີ​ຣານ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ຂອງ​ອີ​ຣານ​ກໍ​ຄືຂອງເຂດ​ແຄວ້ນ,​ຕໍ່​ຕ້ານ​ການ​ຮຸກ​ຮານ​ແລະ​ລັດ​ທິ​ກໍ່​ການ​ຮ້າຍ,ປະ​ຊາ​ຊົນ​ອີ​ຣານ​ຈ​ະສະ​ໜັບ​ສະ​ໜູນ​ເຂົາ​ເຈົ້າຢ່າງ​ເດັດ​ຂາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ