ຫຼາຍ​ປະ​ເທດ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ທ່າ​ທີ​ຂອງ​ທ່ານ ທ​ຣຳ ກ່ຽວ​ກັບ​ສັນ​ຍາ​ວ່າ​ດ້ວຍ​ອາ​ວຸດ​ນິວ​ເຄ​ລຍ​ຂອງ​ອີ​ຣານ
2017-10-15 15:10:49  cri 
ວັນ​ທີ 13 ຕຸ​ລາ​ນີ້, ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້​ກ່າວ​ປາ​ໄສ​ຢູ່​ທຳ​ນຽບ​ຂາວຂອງ​ອາ​ເມ​ລິ​ກາ ໂດຍ​ກ່າວ​ປະ​ນາມວ່າອີ​ຣານ​ບໍ່​ໄດ້​ປະ​ຕິ​ບັດ​ຕາມ​ເນື້ອ​ໃນ​ສັນ​ຍາ​ວ່າ​ດ້ວຍ​ອາ​ວຸດ​ນິວ​ເຄ​ລຍ​ຂອງ​ອີ​ຣານ​ແລະ​ໄດ້​ລະ​ເມີດ​ສັນ​ຍາ​ໃນ​ຫຼາຍ​ດ້ານ, ສະ​ນັ້ນ​​ປະ​ຕິ​ເສດບໍ່​ໃຫ້​ຄຳ​ຢືນ​ຢັນ​ຕໍ່​ລັດ​ຖະ​ສະ​ພາ​ປະ​ເທດ​ຕົນ​ກ່ຽວ​ກັບ​ອີ​ຣານ​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ລະ​ບຸ​ໄວ້​ໃນ​ສັນ​ຍາ​ນິວ​ເຄ​ລຍ​ອີ​ຣານ.

ທ່ານ ຢຸ​ຄີ​ຢະ ອະ​ມາ​ໂນະ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນຫຼື IAEA ​ໄດ້​ຖະ​ແຫຼງ​ໃນ​ວັນ​ທີ 13 ຕຸ​ລາ​ນີ້​ວ່າ: ມາ​ຮອດ​ປັດ​ຈຸ​ບັນ, ອີ​ຣານ​ໄດ້​ປະ​ຕິ​ບັດ​ຕາມຄຳ​ໝັ້ນ​ສັນ​​ຍາ​ຂອງ​ຕົນ​ໃນ​ສັນ​ຍາ​ວ່າ​ດ້ວຍ​ອາ​ວຸດ​ນິວ​ເຄ​ລຍ​ອີ​ຣານ​ແລ້ວ ແລະ​ໄດ້​ຮັບ​ການກວດ​ກາ​​ຢ່າງ​ເຄັ່ງ​ຄັດຈາກ​ອົງ​ການ IAEA.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ກ່າວ​ໃນ​ຕອນ​ຄ່ຳ​ວັນ​ທີ 13 ຕຸ​ລາ​ນີ້​ວ່າ: ປະ​ເທດ​ຕົນ​ໄດ້​ຍຶດ​ໝັ້ນ​ປະ​ຕິ​ບັດ​ຕາມ​ສັນ​ຍາ​ວ່າ​ດ້ວຍ​ອາ​ຍຸດ​ນິວ​ເຄ​ລຍ​ຂອງ​ອີ​ຣານ, ແລະ​ໄດ້​ຮຽກ​ຮ້ອງ​ໃຫ້​ຝ່າຍຕ່າງໆ​ຈົ່ງ​​ເຄົາ​ລົບ​ແລະປະ​ຕິ​ບັດ​ຕາມ​ສັນ​ຍາ​ດັ່ງ​ກ່າວ,ປະ​ຕິ​ບັດພັນ​ທະ​ໜ້າ​ທີ່​ຂອງ​ຕົນ. ສັນ​ຍາ​ດັ່ງ​ກ່າວ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ມະ​ຕິ​ເລກ​ທີ 2231 ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ, ບໍ່​ວ່າ​ໃນ​ກໍ​ລະ​ນີ​ໃດໆ, ບັນ​ຫາ​ນິວ​ເຄ​ລຍ​ຂອງ​ອີ​ຣານ​ລ້ວນ​ແຕ່​ຈະ​ບໍ່​ສາ​ມາດ​ຖອຍ​ກັບ​ຄືນ​ສູ່​ລະ​ດັບ​ກ່ອນ​ການ​ເຊັນ​ສັນ​ຍາ, ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ກໍ​ຈະ​ບໍ່​ສາ​ມາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຟື້ນ​ຟູ​ມາດ​ຕະ​​ການລົງ​ໂທດອີ​ຣານ​ອີກ.

​ຕອນ​ຄ່ຳ​ວັນ​ທີ 13 ຕຸ​ລາ​ນີ້, ທ່ານ ເອັມ​ມາ​ນູນ ມາ​ຄ​ຣອນ ປະ​ທາ​ນາ​ທິ​ບໍ​ດີ​ຝະ​ຣັ່ງ, ທ່ານ​ນາງ ແອນ​ເຈ​ຈີ​ລາ ເມີ​ເຄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ, ທ່ານ​ນາງ ເຕີ​ຣີ​ຊາ ເມ​ຣີ ເມ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ ໂດຍ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ການ​ຕົກ​ລົງ​ດັ່ງ​ກ່າວ​ຂອງ​ທ່ານ ໂດ​ນັນ ທ​ຣຳ, ພ້ອມ​ທັງ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ສັນ​ຍາ​ດັ່ງ​ກ່າວ​ແລະ​ໃຫ້​ບັນ​ດາ​ຝ່າຍ​ຮ່ວມ​ກັນ​ຈັດ​ຕັ້ງ​ປະ​ຕິ​ບັດ​ສັນ​ຍາ​ຢ່າງ​ຮອບ​ດ້ານ ທັງ​ກ່າວ​ວ່າ​ການ​ຮັກ​ສາ​ແຜນ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ 3 ປະ​ເທດ​ຝະ​ຣັ່ງ, ອັງ​ກິດ​ແລະ​ເຢຍ​ລະ​ມັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ