ໜ່ວຍ​ກຳ​ປັ່ນກອງ​ທັບ​ເຮືອ​ຈີນ​ຢ້ຽມ​ຢາມ​ຝ​ຣັ່ງ
2017-10-16 11:29:11  cri 

ໜ່ວຍ​ກຳ​ປັ່ນ​ປ້ອງ​ກັນ​ການ​ເດີນ​ເຮືອ​ຊຸດ​ທີ 26 ຂອງກອງ​ທັບ​ເຮືອ​ຈີນ​ໄດ້​ເດີນ​ທາງ​ເຖິງ​ເມືອງຕູ​ລົງ​ປະ​ເທດ​ຝ​ຣັ່ງ​ໃນ​ວັນ​ທີ 15 ຕຸ​ລາ​ນີ້​ເພື່ອ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ​ປະ​ເທດ​ດັ່ງ​ກ່າວ​ເປັນ​ເວ​ລາ 4 ວັນ.

ພົນ​ຕີ ຫວາງ​ຈົ້ງ​ສາຍ ຜູ້​ບັນ​ຊາ​ການ​ໜ່ວຍ​ກຳ​ປັ່ນ​ດັ່ງ​ກ່າວ​ຢືນ​ຢັນ​ໂດຍ​ຫວັງ​ໃຊ້​ໂອ​ກາດ​ຢ້ຽມ​ຢາມ​ຄັ້ງ​ນີ້​ເພື່ອ​ເຮັດ​ໃຫ້​ປະ​ຊາ​ຊົນ​ແລະ​ກອງ​ທັບ​ຝ​ຣັ່ງ​ເຂົ້າ​ໃຈ​ແລະ​ຮັບ​ຮູ້ກອງ​ທັບ​ຈີນ​ໃຫ້ຫຼາຍ​ຂຶ້ນ​ຕື່ມ ພ້ອມ​ທັງ​ເພີ່ມ​ທະ​ວີ​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ກໍ​ຄື​ສອງກອງ​ທັບ​ຈີນ-ຝ​ຣັ່ງ​ຕື່ມ​ອີກ.

ໜ່ວຍ​ກຳ​ປັ່ນ​ປ້ອງ​ກັນ​ການ​ເດີນ​ເຮືອ​ຊຸດ​ທີ 26 ຂອງກອງ​ທັບ​ເຮືອ​ຈີນ​ໄດ້​ອອກ​ເດີນ​ທາງ​ແຕ່​ວັນ​ທີ 1 ເມ​ສາ​ຜ່ານ​ມາ ແລະ​ປະ​ຕິ​ບັດ​ໜ້າ​ທີ່​ຢ້ຽມ​ຢ​າມຫຼັງ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ປ້ອງ​ກັນ​ການ​ເດີນ​ເຮືອ​ຢູ່​ອາວ​ອາ​ເດັນ​ແລະ​ເຂດ​ທະ​ເລ​ໂຊ​ມາ​ລີ​ໃນ​ວັນ​ທີ 28 ສິງ​ຫາ​ຜ່ານ​ມາ, ຂະ​ນະ​ທີ່​ຝ​ຣັ່ງ​ເປັນ​ປະ​ເທດ​ທີ 4 ທີ່​ໜ່ວຍ​ກຳ​ປັ່ນ​ດັ່ງ​ກ່າວ​ຢ້ຽມ​ຢາມຫຼັງ​ໄດ້​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ​​ທີ່​ປະ​ເທດ​ແບນ​ຊິກ,ດານ​ມາກແລະ​ອັງ​ກິດ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ