ອາ​ເມ​ລິ​ກາ​ຫວັງຈະ​ແກ້​ໄຂ​ບັນ​ຫາ​ນິວ​ເຄ​ລຍ​ຂອງ​ແຫຼມ​ເກົາ​ຫຼີ​ໂດຍ​ຜ່ານ​ຊ່ອງ​ທາງ​ການ​ຕ່າງ​ປະ​ເທດເປັນ​ບູ​ລິ​ມະ​ສິດ
2017-10-16 11:11:55  cri 
ວັນ​ທີ 15 ຕຸ​ລາ​ນີ້ ທ່ານ ເຣັກ​ສ໌ ຕີວ​ເລີ​ຊອນ ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ: ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ຫວັງ​ສາ​ມາດ​ແກ້​ໄຂ​ບັນ​ຫາ​ນິວ​ເຄ​ລຍ​ຂອງ​ແຫຼມ​ເກົາ​ຫຼີ​ໂດຍ​ຜ່ານ​ຊ່ອງ​ທາງ​ການ​ຕ່າງ​ປະ​ເທດເປັນ​ບູ​ລິ​ມະ​ສິດ.

ໃນ​ມື້​ດັ່ງ​ກ່າວ, ທ່ານ ຕີວ​ເລີ​ຊອນ ກ່າວ​ໃນ​ຂະ​ນະ​ທີ່​ໃຫ້​ສຳ​ພາດ​ຕໍ່​ເວັບ​ໄຊ​ຂ່າວ CNN ຂອງ​ອາ​ເມ​ລິ​ກາ​ວ່າ​: ທ່ານ ໂດ​ນັນ ທ​ຣຳ​ ​ຈະບໍ່​ສະ​ແຫວງ​ຫາ​ການ​ແກ້​ໄຂ​ບັນ​ຫາ​ນິວ​ເຄ​ລຍ​ຂອງ​ແຫຼມ​ເກົາ​ຫຼີ​ໂດຍ​ຜ່ານ​ຊ່ອງ​ທາງການ​ກໍ່​ສົງ​ຄາມ, ທ່ານ​ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ການ​ຕ່າງ​ປະ​ເທດ​ຂອງ​ອາ​ເມ​ລິ​ກາ​ໃນ​ປັດ​ຈຸ​ບັນ ແລະ​ກ່າວ​ວ່າ​ຄວາມ​ພະ​ຍາ​ຍາມ​ດັ່ງ​ກ່າວ​ຈະ​ສື​ບ​ຕໍ່ໄປ​ອີກ.

ໃນ​ວັນ​ທີ 10 ຕຸ​ລາ​ນີ້, ທ່ານນາງ ຮີດ​ເທີ ນໍ​ເອີດ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ: ຊ່ອງ​ທາງ​ການ​ຕ່າງ​ປະ​ເທດ​ຍັງ​ແມ່ນ​ວິ​ທີ​ທຳ​ອິດ​ຂອງ​ອາ​ເມ​ລິ​ກາ​ໃນ​ການ​ແກ້​ໄຂ​ບັນ​ຫາ​ນິວ​ເຄ​ລຍ​ຂອງ​ແຫຼມ​ເກົາ​ຫຼີ. ແຕ່​ເຖິງວ່າ​ບໍ່​ມີ​ຜູ້​ໃດ​ມັກ​ຊ່ອງ​ທາງ​ການ​ທະ​ຫານ​ກໍ​ຕາມ,ແຕ່​ນີ້​ຍັງ​ແມ່ນ​ຊ່ອງ​ທາງ​ສຳ​ຮອງ​ຂອງ​ອາ​ເມ​ລິ​ກາ​ຄື​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ