ການນຳ​ໃຊ້​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ຢູ່​​ໄທ​ຕ້ອງ​ລົງທະບຽນ​ຊື່​ຈິງ
2017-10-16 16:51:45  cri 
ຄະນະ​ກຳມະການສື່ສານ ​ແລະວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ໄທ​ປະ​ກາດ​ວ່າ: ການນຳ​​ໃຊ້​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ຢູ່​​ປະ​ເທດ​ຕົນຕ້ອງ​​ໄດ້ລົງທະບຽນ​ຊື່​ຈິງພາຍ​ໃນ 90 ວັນ​ເລີ່​ມ​ແຕ່ວັນ​ທີ 11 ຕຸ​ລາ​ນີ້​ເປັນ​ຕົ້ນ​​ໄປ. ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ກໍ​ຕ້ອງ​​ໄດ້ລົງທະບຽນ​​​ເຊັ່ນ​ດຽວ​ກັນຖ້າ​ຢາກ​​ຖ່າຍຮູບທາງ​ອາກາດ​ໂດຍໃຊ້​ເຮືອບິນ​ບໍ່​ມີ​ຄົນ​ຂັບ.

​ຄະນະ​ກຳມະການ​ດັ່ງກ່າວ​​ແຈ້ງ​ໃຫ້​ຮູ້​ຕື່ມວ່າ: ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ທີ່​ນຳ​ເອົາ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ເຂົ້າ​ເມືອງ​ໄທ​ຕ້ອງ​ໄດ້ລົງທະບຽນ​ຊື່​ຈິງ​ຢູ່​ຫ້ອງການ​ຄະນະ​ກຳມະການ​ສື່​ສານ ​ແລະ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ໄທ ຫຼືສະຖານີ​ຕຳ​ຫຼວດ ​ແລ້ວ​ໄປ​ກົມ​ການບິນ​ພົນລະ​​ເຮືອນ​ໄທ​ເພື່ອ​ຮ້ອງ​ຂໍ​ອະນຸຍາດ ຈຶ່ງ​ຈະ​ສາມາດ​ນຳ​ໃຊ້​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ຢູ່​ໄທ​ໄດ້.

ຕາ​ມກຳນົດ​ໃໝ່​ດັ່ງກ່າວ, ຜູ້​ທີ່ລະ​ເມີດລະບຽບ​ການ​ນີ້​ຈະ​ຖືກລົງ​ໂທດ​ໜັກ​ສຸດຈະ​ກັກ​ຂັງ​ເປັນ​ເວລາ 5 ປີ ​ແລະ​ປັບ​​ໃໝ 1 ​ແສ​ນ​​ບາດ ຫຼື​ເທົ່າ​ກັບ 2 ໝື່ນ​ຢວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ