ອີຣານກ່າວ​​ເຕືອນ​ຈະ​ຢຸດ​ປະຕິບັດອະ​ນຸ​ສັນຍາ​ສະບັບ​ເພີ່ມ​ເຕີມ​ຂອງ​ສົນ​ທິສັນຍາ​ບໍ່​ເຜີຍ​​ແຜ່​ອາວຸດນີວ​ເຄຼຍ
2017-10-16 16:54:13  cri 
ວັນ​ທີ 15 ຕຸລາ​ນີ້, ສຳນັກ​ຂ່າວ​ສານ​ສາທາລະນະ​ລັດ​ອິດສະ​ລາມຂອງ​ອີຣານລາຍ​ງານ​ວ່າ: ທ່ານ​ອະ​ລີ ອັກ​ບາ ສະ​ເລ​ຮີ ປະທານ​ອົງການ​​ພະລັງງານ​ປະລະມານູອີຣານກ່າວ​ວ່າ: ຖ້າ​ລົບ​ລ້າງ​ສັນຍາ​ຮອບດ້ານ​ບັນຫາ​ນີວ​ເຄຼຍອີຣານ, ປະ​ເທດ​ຕົນ​ຈະ​ຢຸດ​ປະຕິບັດອະນຸ​ສັນຍາສະບັບ​ເພີ່ມ​ເຕີ​ມຂອງ​ສົນທິສັນຍາ "​ບໍ່​ເຜີຍ​ແຜ່​ອາວຸດ​ນີວ​ເຄຼຍ".

ທ່ານຊາ​ເລ​ຮີ​ກ່າວ​ຕື່ມ​ວ່າ: ອີຣານ​ເປັນ​ປະ​ເທດ​ພາຄີ "ສົນທິສັນຍາບໍ່​ເຜີຍ​ແຜ່​ອາວຸດນີວ​ເຄຼຍ", ​ເພື່ອ​ບັນລຸ​ເປົ້າ​ໝາຍ​ສະ​ກັດກັ້ນ​ການ​ເຜີຍ​ແຜ່​ອາວຸດ​ນີວ​ເຄຼຍ ຈຶ່ງ​ເຊັນ​ອະນຸ​ສັນຍາ​ສະບັບ​ເພີ່ມ​ເຕີ​ມ​ດັ່ງກ່າວ, ​ແຕ່​ຍັງ​ບໍ່​ທັນ​ຮັບຮອງ​ເອົາ​ໃນ​ສະພາ​ອິດສະ​ລາມ​ອີຣານ​ເທື່ອ ຈຶ່ງ​ຍັງ​ບໍ່​ມີ​ຜົນ​ບັງຄັບ​ໃຊ້. ປັດຈຸບັນ​ນີ້, ອີຣານປະຕິບັດອະ​ນຸ​ສັນຍາດັ່ງກ່າວ​ດ້ວຍ​ຄວາມ​ສະໝັກ​ໃຈ, ​ແຕ່​ຖ້າ​ລົບ​ລ້າງ​ສັນຍາ​ນີວ​ເຄຼຍອີຣານ​ແລ້ວ, ​ອີຣານກໍ​ບໍ່​ມີ​ຄວາມ​ຈຳ​ເປັນ​ທີ່ຈະ​ປະຕິບັດຕາມ​ອະນຸ​ສັນຍາ​ດັ່ງກ່າວ​ອີກ. ນອກ​ນີ້, ຖ້າວ່າ​ອີຣານ​ເຫັນ​ວ່າ ສັນຍາ​ນີວ​ເຄຼຍອີຣານບໍ່​ມີ​ຜົນ​ປະ​ໂຫຍ​ດຕໍ່​ຕົນ​ອີກ​ແລ້ວ, ອີຣານກໍ​ຈະ​ເລັ່ງຟື້ນ​ຟູ​ການ​ສະ​ກັບ​ຢູ່​ເຣນຽມ​ຂຸ້ນ​ທີ່​ມີ​ຄວາມ​ຂຸ້ນເປັນ 20% ​ໂດ​ສາມາດ​ຟື້ນ​ຟູ​ການ​ປະຕິບັດພາຍ​ໃນ 4 ມື້, ຂະນະ​ທີ່​ບາງ​ວຽກ​ລະອຽດ​ກໍສາມາດ​ຟື້ນ​ຟູ​ພາຍ​ໃນບໍ່​​ເທົ່າ​ໃດ​ຊົ່ວ​​ໂມງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ