ທ່ານ​ນາງ​ ອອງ​ຊານ​ຊູ​ຈີ ກ່າວ​ຢ້ຳ​ວ່າ​ຍິນ​ດີ​ຕ້ອນ​ຮັບ​ກຸ່ມ​ປະ​ກອບ​ອາ​ວຸດ​ທີ່​ຍັງ​ບໍ່​ທັນ​ໄດ້​ເຊັນ​ສັນ​ຍາ​ຢຸດ​ຍິງນັ້ນ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ສັນ​ຕິ​ພາບ
2017-10-16 16:42:17  cri 
    ທ່ານ​ນາງ ອອງ​ຊານ​ຊູ​ຈີ ທີ່​ປຶກ​ສາ​ແຫ່ງ​ລັດ​ມຽນ​ມາ ກ່າວ​ຢູ່​ນະ​ຄອນຫຼວງ​ເນ​ປີ​ດໍ​ໃນ​ວັນ​ທີ 15 ຕຸ​ລານີ້​ວ່າ, ຍິນ​ດີ​ຕ້ອນ​ຮັບ​ກຸ່ມ​ປະ​ກອບ​ອາ​ວຸດ​ຂອງ​ຊົນ​ເຜົ່າ​ຢູ່​ທ້ອງ​ຖິ່ນ​ທີ່​ຍັງ​ບໍ່​ທັນ​ໄດ້​ເຊັນ​ສັນ​ຍາ​ຢຸດ​ຍິງນັ້ນ ເຂົ້າ​ຮ່ວມ​ຂະ​ບວນ​ການ​ສັນ​ຕິ​ພາບ.

    ທ່ານ​ນາງ ອອງ​ຊານ​ຊູ​ຈີ ໄດ້​ກ່າວ​ປາ​ໄສ​ໃນ​ພິ​ທີ​ສະຫຼອງວັນ​ເຊັນ​ສັນ​ຍາ​ຢຸດ​ຍິງ​ທົ່ວ​ປະ​ເທດ​ຄົບ​ຮອບ 2 ປີ​ວ່າ, ສັນ​ຍາ​ຢຸດ​ຍິງ​ທົ່ວ​ປະ​ເທດ ເປັນ​ການ​ເປີດ​ປະ​ຕູ​ຕໍ່​ການ​ເຈ​ລະ​ຈາ​ການ​ເມືອງ ແລະ ການ​ເຈ​ລະ​ຈາ​ການ​ເມືອງ ຈະ​ເປັນ​ການ​ປູ​ທາງ​ໃຫ້​ແກ່ກອງ​ປະ​ຊຸມ​ປັງ​ລອງ​ສະ​ຕະ​ວັດ​ທີ 21 ແລະ ກອງ​ປະ​ຊຸມ​ສັນ​ຕິ​ພາບ​ສະ​ຫະ​ພາບ​ຄັ້ງ​ໃໝ່​ທີ່​ຈະ​ໄຂ​ຂຶ້ນ​ໃນ​ທ້າຍ​ປີນີ້. ພ້ອມ​ທັງຫວັງ​ວ່າ​ກອງ​ປະ​ຊຸມນີ້​ ຈະ​ໄດ້​ຮັບ​ໝາກ​ຜົນຫຼາຍກວ່າ​ເກົ່າ ແລະ ໂອ​ກາດ​ແຫ່ງ​ການ​ສິ້ນ​ສຸດ​ການ​ປະ​ທະ​ກັນ​ຜ່ານ​ຊ່ອງ​ທາງ​ການ​ເມືອງນັ້ນ ກໍ​ຈະ​ມາ​ຮອດ​ໃນ​ໄວໆ​ນີ້​ແລ້ວ.

    ພາຍຫຼັງ​ລັດ​ຖະ​ບານ​ໃໝ່​ຂອງ​ມຽນ​ມາ​ທີ່​ນຳ​ໂດຍ​ພັກ​ສັນ​ນິ​ບາດ​ປະ​ຊາ​ທິ​ປະ​ໄຕ​ແຫ່ງ​ຊາດ ຫຼື NLD ຂຶ້ນ​ກຳ​ອຳ​ນາດ​ໃນ​ປີ 2016 ແລ້ວ, ໄດ້​ໄຂ​ກອງ​ປະ​ຊຸມ​ປັງ​ລອງ​ສະ​ຕະ​ວັດ​ທີ 21 ແລະ​ ກອງ​ປະ​ຊຸມ​ສັນ​ຕິ​ພາບ​ຄັ້ງ​ທຳ​ອິດ​ໃນ​ເດືອນ​ສິງ​ຫາ​ປີ 2016 ໂດຍ​ໄດ້​ຕົກ​ລົງ​ວ່າ ຈະ​ໄຂ​ກອງ​ປະ​ຊຸມນີ້​ໃນ​ຮອບ 6 ເດືອນ ຈົນກວ່າ​ມຽນ​ມາ​​ຈະບັນ​ລຸ​ສັນ​ຕິ​ພາບ​ຖາ​ວອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ