2 ລາຍ​ການ​ຂອງ CRI ອອກ​ອາ​ກາດ​ຢູ່​ຟິ​ລິບ​ປິນ
2017-10-16 16:46:15  cri 
    ກົມ​ຖະ​ແຫຼງ​ຂ່າວ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ ແຈ້ງ​ໃຫ້​ຊາບ​ໃນ​ຫວ່າງມໍ່​ໆ​ມານີ້​ວ່າ, 2 ລາຍ​ການ​ທີ່​ຜະ​ລິດ​ໂດຍ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ ຫຼື CRI ໄດ້​ອອກ​ອາ​ກາດ​ຢູ່​ວິ​ທະ​ຍຸ​ຟິ​ລິບ​ປິນ ຫຼື RP1 ໃນ​ທຸກໆ​ວັນ​ເສົາ​ແລະ​ວັນ​ອາ​ທິດມື້​ລະ​ສອງ​ເທື່ອ​ນັບ​ແຕ່​ເດືອນ​ສິງ​ຫາ​ເປັນ​ຕົ້ນ​ມາ.

    ຂ່າວ​ແຈ້ງວ່າ, ກົມ​ຖະ​ແຫຼງ​ຂ່າວ​ທຳ​ນຽບ​ປະ​ທາ​ນາ​ທ​ບໍ​ດີ​ຟິ​ລິບ​ປິນ ແລະ ວິ​ທະ​ຍຸ CRI ໄດ້​ເຊັນ​ສັນ​ຍາ​ໃນ​ເດືອນ​ກຸມ​ພາ​ປີ​ຜ່ານ​ມາ ເຊິ່ງ​ມີ​ເນື້ອ​ໃນ​ລະ​ບຸ​ວ່າ, ສອງ​ຝ່າຍ​ຈະ​ສົ່ງ​ພະ​ນັກ​ງານ​ເພື່ອ​ແລກ​ປ່ຽນ​ວິ​ຊາ​ການ​ເຊິ່ງ​ກັນ​ແລະ​ກັນ ພ້ອມ​ທັງ​ໃຫ້​ວິ​ທະ​ຍຸ CRI ຮ່ວມ​ມື​ກັບ​ໂຄ​ສົກ​ຕົ້ນ​ຕໍ​ຂອງ​ຟິ​ລິບ​ປິນ ເພື່ອ​ຈັດ​ທຳ​ລາຍ​ການ​ດ້ວຍ​ພາ​ສາ​ອັງ​ກິດ​ແລະ​ຟິ​ລິບ​ປິນ ເພື່ອ​ອອກ​ອາ​ກາດ​ຢູ່​ວິ​ທະ​ຍຸ​ຟິ​ລິບ​ປິນ.

    ກົມ​ຖະ​ແຫຼງ​ຂ່າວ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ ກ່າວ​ຕື່ມ​ວ່າ, ນີ້​ແມ່ນ​ການ​ເລີ່ມ​ຕົ້ນ​ໃໝ່.

    ຕາມ​ແຜນ​ການ, 2 ລາຍ​ການ​ທີ່​​ຈັດ​ທຳ​ໂດຍ​ວິ​ທະ​ຍຸ CRI ທີ່​ໄດ້ອອກ​ອາ​ກາດ​ຢູ່​ວິ​ທະ​ຍຸ​ຟິ​ລິບ​ປິນນັ້ນ ເພື່ອ​ຜູ້​ຟັງ​ຟິ​ລິບ​ປິນ​ໂດຍ​ສະ​ເພາະ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ