ມຽນ​ມາ​ຈັດ​ການ​ແຂ່ງ​ຂັນວິ​ລະ​ບຸ​ລຸດໂຕ​ໜັ​ງ​ສື​ຈີນ​ຮອບ​ຊະ​ນະ​ເລີດ​ຄັ້ງ​ທຳ​ອິດ
2017-10-16 16:49:06  cri 
    ເຂດ​ຢາງ​ກຸງ​ປະ​ເທດ​ມຽນ​ມາ ໄດ້​ຈັດ​ການ​ແຂ່ງ​ຂັນ​ວິ​ລະ​ບຸ​ລຸດ​ໂຕ​ໜັງ​ສື​ຈີ​ນ​ຮອບ​ຊະ​ນະ​ເລີດ​ຄັ້ງ​ທຳ​ອິດ​ໃນ​ວັນ​ທີ 14 ຕຸ​ລານີ້.

    ທ່ານ ທຽນ​ຊ້ານ​ທິງ ທີ່​ປຶກ​ສາ​ວັດ​ທະ​ນະ​ທຳ​ຂອງ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ມຽນ​ມາ ໄດ້​ກ່າວ​​ໃນ​ພິ​ທີວ່າ, ​ການ​ສະ​ແດງ​ພື້ນ​ຖານທີ່​ຈະ​ແຈ້ງ​ທີ່​ສຸດ​ຂອງວັດ​ທະ​ນະ​ທຳ​ຈີນ​ແມ່ນ​ພາ​ສາ​ແລະ​ໂຕ​ໜັງ​ສື. ໂຕ​ໜັງ​ສື​ຈີນ​ມີ​ເອ​ກະ​ລັກ​ພິ​ເສດ, ມີ​ເນື້ອ​ໃນ​ອຸ​ດົມ​ສົມ​ບູນ ແລະ​ມີ​ຄວາມ​​ແຕກຕ່າງ​ກັນຫຼາຍ​ກັບ​ໂຕ​ໜັງ​ສື​ແບບ​ຜັນ​ສຽງ. ທ່ານ​ຮຽກ​ຮ້ອງ​ໃຫ້​ນັກ​ຮຽນ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ ​ຈົ່ງສືບ​ຕໍ່​ພະ​ຍາ​ຍາມ​ເພື່ອ​ຮຽນ​ພາ​ສາ​ຈີນ​ໃຫ້​ດີ​ແລະ​ຊອກ​ຮູ້​ວັດ​ທະ​ນະ​ທຳ​ຈີນ.

    ການ​ແຂ່ງ​ຂັນ​ຄັ້ງ​ນີ້ ​​ເຊິ່ງ​ໄດ້​ຮັບ​ການມອບ​ໝາຍ​ຈາກ​ຫ້ອງ​ການ​ພາ​ສາ​ຈີນ​ແຫ່ງ​ຊາດ​​ຈີນ​ແລະ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ມຽນ​ມາ ແລະ​ຈັດ​ໂດຍ​ສູນ​ສຶກ​ສາ​ພາ​ສາ​ດີ​ເລີດ​ຢາງ​ກຸງ, ເຊິ່ງ​ ສາມ​ຝ່າຍ​ດັ່ງ​ກ່າວ​ຫວັງ​ວ່າ​ຜ່ານ​ຈາກ​ການ​ແຂ່ງ​ຂັນ​ຄັ້ງ​ນີ້ ຈະ​ສົ່ງ​ເສີມ​ວັດ​ທະ​ນະ​ທຳ​ອັນ​ເປັນ​ມູນ​ເຊື້ອ​ທີ່​ດີ​ງາມຂອງ​ປະ​ຊາ​ຊ​າດ​ຈີນ ແລະ​ຍົກ​ສູງ​ລະ​ດັບ​ພາ​ສາ​ຈີນ​ຂອງ​ນັກ​ຮຽນ​ທ້ອ​ງ​ຖິ່ນ​ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ​ເລື້ອຍໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ