ສູນ​ຂ່າວກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຈັດ​ງານລ້ຽງ​ຕ້ອນ​ຮັບ​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ
2017-10-17 14:41:13  cri 

ສູ​ນ​ຂ່າວກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ໄດ້​ຈັດ​ງານ​​ລ້ຽງ​ຢູ່​ໂຮງ​ແຮມ​ມີ​ເດຍ​ປັກ​ກິ່ງ​ໃນ​ຕອນ​ຄ່ຳ​ວັນ​ທີ 16 ຕຸ​ລາ​ນີ້ໂດຍ​ມີ​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ 500 ກວ່າ​ຄົນ​ເຂົ້າ​ຮ່ວມ.

ໂອ​ກາດ​ດັ່ງ​ກ່າວ, ທ່ານ​ຫວງ​ຄຸນ​ໝິງ ຫົວ​ໜ້າ​ໜ່ວຍ​ຂ່າວກອງ​ເລ​ຂາ​ຂອງກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ​ຕໍ່​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ​ໂດຍ​ກ່າວ​ວ່າ  ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ຈະ​ໄຂ​ຂຶ້ນ​ໃນ​ໄວໆ​ນີ້​​ໄດ້​ເປີດກວ້າງກວ່າ​ເກົ່າ​ເພື່ອ​ຕ້ອນ​ຮັບສື່​ມວ​ນ​ຊົນຈີນແລະ​ຕ່າງ​ປະ​ເທດ​ມາ​ເກັບ​ກຳ​ຂ່າວ​​ ທັງ​ອຳ​ນວຍ​ຄວາມ​ສະ​ດວກ​ຮອບ​ດ້ານ​ໃຫ້​ແກ່​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ​ບໍ່​ວ່າ​ໃນ​ການ​ເກັບ​ກຳ​ຂ່າວ​ກໍ​ຄື​ການ​ດຳ​ລົງ​ຊີ​ວິດແລະ​ຮັບ​ປະ​ກັນ​ໃຫ້​ບັນ​ດາ​ນັກ​ຂ່າວ​ປະ​ສົບ​ຜົ​ນ​ສຳ​ເລັດ​ຢ່າງ​ຈົບ​ງາມ​ໃນ​ການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມພ້ອມທັງຫວັງ​ວ່າ ​ບັນ​ດານັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ​ຈະ​ລາຍ​ງານ​ສະ​ພາບ​ຍິ່ງ​ໃຫຍ່​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຕໍ່​ທົ່ວ​ໂລກ​ຢ່າງ​ທັນ​ການ​ເພື່ອ​​ນຳ​ສະ​ເໜີ​ແນວ​ຄິດ​ການ​ປົກ​ຄອງ​ແລະ​ຍຸດ​ທະ​ສາດ​ບໍ​ລິ​ຫານ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຢ່າງ​ຮອບ​ດ້ານ​ແລະ​ຖືກ​ຕ້ອງ ທັງ​ສ່ອງ​ແສງ​ໃຫ້​ເຫັນ​ການ​ປ່ຽນ​ແປງຄັ້ງ​ປະ​ຫວັດ​ສາດ​ພ້ອມ​ດ້ວຍ​ຜົນ​ສຳ​ເລັດ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ປະ​ຫວັດ​ສາດ​​ຂອງ​ຈີນ​ຢ່າງ​ພາ​ວະ​ວິ​ໄສ​ແລະ​ຍຸ​ຕິ​ທຳ.

ສູນ​ຂ່າວ​ກອງ​ປະ​ຊຸມເປີດ​ເຜີຍ​ວ່າ: ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງກ​ວ້າງ​ຂວາງ​ຈາກ​ສື່ມວນ​ຊົນ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ໂດຍ​ມີ ນັກ​ຂ່າວ​ 3068 ຄົນ​ມາ​ເກັບ​ກຳ​ຂ່າວ, ໃນ​ນີ້, ນັກ​ຂ່າວ​ຮົງ​ກົງ,ມາ​ກາວ​ແລະ​ໄຕ້​ຫວັນ​ຈີນ ພ້ອມ​ດ້ວຍ​ນັກ​ຂ່າວ​ຕ່າງ​ປະ​ເທດ​ມີ​ເຖິງ 1818 ຄົນ ແລະ​ນັກ​ຂ່າວ​ຕ່າງ​ປະ​ເທດ​ມາ​ຈາກ 134 ປະ​ເທດ​ໃນ 5 ທະ​ວີບ​ຂອງ​ໂລກ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ