ທາງ​ລົດ​ໄຟ​ພະ​ລັງ​ງານ​ແມ່​ເຫຼັກ​ສາຍ​ທຳ​ອິດ​ຂອງ​ປັກ​ກິ່ງ​ຈະ​ທົດ​ລອງ​ເປີດ​ບໍ​ລິ​ການ​ໃນ​​ທ້າຍ​ປີ​ນີ້
2017-10-17 15:33:07  cri 

​ປັດ​ຈຸ​ບັນ, ທາງ​ລົດ​ໄຟ​ພະ​ລັງ​ງານ​ແມ່​ເຫຼັກ​ຄວາມ​ໄວ​ກາງ​ແລະ​ຕ່ຳ​ສາຍ​ທຳ​ອິດ​ຂອງ​ປັກ​ກິ່ງ​ຄື ສາຍ S1 ກຳ​ລັງ​ຢູ່​ໃນ​ໄລ​ຍະ​ການ​ທົດ​ລອງ​ແລ່ນ​,​ບໍ່​ບັນ​ທຸກ​ຜູ້​ໂດຍ​ສານ ແລະ​ຄາດ​ວ່າ​ຈະ​ທົດ​ລອງ​ເປີດ​ບໍ​ລິ​ການ​ໃນ​ທ້າຍ​ປີ​ນີ້. ທາງ​ລົດ​ໄຟ​ພະ​ລັງ​ງານ​ແມ່​ເຫຼັກສາຍ S1 ເຊິ່ງເປັນຊັບ​ສິນ​ທາງ​ປັນ​ຍາ​​ເປັນ​ຂອງ​ຈີນ​ນັ້ນ​ມີ​ຄວາມ​ຍາວ​ທັງ​ໝົດ 10,236 ກິ​ໂລ​ແມັດ, ​ເປັນສະ​ຖາ​ນີ​ລອຍ​ຟ້າ​ໝົດ​ໂດຍ​ມີ 8 ສະ​ຖາ​ນີ. ຂະ​ບວນ​ລົດ​ໄຟ​ພະ​ລັງ​ງານ​ແມ່​ເຫຼັກ​​ດັ່ງ​ກ່າວສາ​ມາດ​ບັນ​ທຸກ​ຜູ້​ໂດຍ​ສານ​ໄດ້ 1032 ຄົນ, ມີ​ຄວ​າມ​ໄວ​ສູງ​ສຸດ​ເຖິງ 80 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ