ເມືອງ​ຟູ​ນິງ​ແຂວງ​ຈ່ຽງ​ຊູ​ຈັດ​ເທດ​ສະ​ການ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ການ​ປະ​ມົງ​ຄັ້ງ​ທຳ​ອິດ
2017-10-17 16:59:33  cri 

ເທດ​ສະ​ການ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ການ​ປະ​ມົງ​ໜອງ​ຈິ່ນຊ່າ​ເມືອງ​ຟູ​ນິງແຂວງ​ຈ່ຽງ​ຊູ​ ສ​ປ ຈີນ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 16 ຕຸ​ລາ​ນີ້​ໂດຍ​ໄດ້​ຈັດ​ກິດ​ຈະ​ກຳ​ທີ່ຫຼາກຫຼາຍ​​ເປັນ​ຕົ້ນ ການ​ວາງ​ສະ​ແດງ​ເຄື່ອງ​ຫາ​ປາ​, ການ​ເບິ່ງ​ແຫຼວ​ຈັບ​ປາ​ແລະ​ການ​ຫາ​ປາ​ດ້ວຍ​ມອງ, ປະ​ມູນ​ຂາຍ​ປາ​ໂຕ​ທຳ​ອິດ​ທີ່​ຫາ​ໄດ້​ຈາກ​ໜອງ, ຊິມ​ອາ​ຫານ​ໜອງ​ຈິ່ນ​ຊາ​ແລະ​ງານ​ລ້ຽງ​ປາ​ພັນ​ຄົນ​ແລະ​ອື່ນໆ ອັນ​ໄດ້​ສ້າງ​ຄວາມເບີກ​ບານ​ມ່ວນ​ຊື່ນ​ແລະ​ຕື່ນ​ເຕັ້ນ​ປະ​ທັບ​ໃຈ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ແລະ​ຊາວ​ເມືອງ​ດັ່ງ​ກ່າວ​ເປັນ​ຈຳ​ນວນຫຼວງຫຼາຍ.

1  2  3  4  5  6  7  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ