ໃນ​ 3 ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້ ລາຍ​ຮັບຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ 9,7% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ
2017-10-17 16:49:13  cri 
ວັນ​ທີ 16 ຕຸ​ລາ​ນີ້, ກະ​ຊວງ​ການ​ເງິນ​ຈີນ​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ 3 ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້, ລາຍ​ຮັບ​ຂອງ​ທົ່ວ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ 9,7% ແລະ​ລາຍ​ຈ່າຍ​ເພີ່ມ​ຂຶ້ນ 11,4% ໂດຍ​ລວມ​ແລ້ວສະ​ພາບ​ການ​​ດ້ານ​ການ​ເງິນ​ເຫັນ​ໄປ​ໃນ​ແງ່​ທີ່ດີ​ສົມ​ຄວນ, ເສດ​ຖະ​ກິດ​ພັດ​ທະ​ນາ​​ແລະ​ກ້າວ​ໄປ​ໜ້າໃນ​ທາງ​ທີ່​ດີ​ຢ່າງ​ໝັ້ນ​ທ່ຽງ​ ເຊິ່ງເປັນ​ການ​ຄ້ຳ​ປະ​ກັນ​ທີ່​ເຂັ້ມ​ແຂງຕໍ່​ການ​ເພີ່ມ​ລາຍ​ຮັບ​ຂອງ​ປະ​ເທດ.

ທ່ານ ໂຫຼວ​ຫົງ ຫົວ​ໜ້າ​ກົມ​ຄັງ​ເງິນ​ຂອງ​ກະ​ຊວງ​ການ​ເງິນ​ຈີນ​ໄດ້​ໃຫ້​ຮູ້ ວ່າ: ໃນ 3 ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້ ຕົວ​ເລກ​ລາຍ​ຮັບ​ແລະ​ລາຍ​ຈ່າຍ​ຂອງ​ການ​ເງິນ​ທົ່ວ​ປະ​ເທດ​ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ທ່າ​ອ່ຽງ​ແຫ່ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຈີນ​ທີ່​ດີ ໂດຍ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ໄດ້​ຮັບ​ການ​ປັບ​ປຸງ​ດີ​ຂຶ້ນກວ່າ​ເກົ່າ, ການ​ພັດ​ທະ​ນາ​ມີ​ຄວາມ​ສົມ​ດຸນ​ຍິ່ງ​ຂຶ້ນ,ການ​ຄ້ຳປະ​ກັນສະ​ພາບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ມີ​ຄວາມ​ໝັ້ນ​ແກ່ນກວ່າ​ເກົ່າ.

ທ່ານ ໂຫຼວ​ຫົງ​ ຊີ້​ໃຫ້​ເຫັນ​ວ່າ: ເບິ່ງ​ໂດຍ​ລວມ​ແລ້ວ, ໃນ 3 ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້, ລາຍ​ຮັບ​ການ​ເງິນ​ຂອງ​ທົ່ວ​ປະ​ເທດ​ໄດ້​ເຕີບ​ໂຕອ່າວວ່ອງ​ໄວ​ແລະ​​ມີຄຸນ​ນະ​ພາບ​ ພ້ອມ​ທັງ​ມີ​ໂຄງ​ປະ​ກອບ​ດີ​ຂຶ້ນກວ່າ​ເກົ່າ ແລະ​ຈະ​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ຂອງ​ງົບ​ປະ​ມານ​ປີ​ນີ້​ໄດ້. ສິ່ງ​ທີ່​ໜ້າ​ສົນ​ໃຈ​ອີກ​ຢ່າງ​ໜຶ່ງ​ແມ່ນ, ລາຍ​ຈ່າຍ​ດ້ານການ​ປ້ອງ​ກັນ​ມົນ​ລະ​ພິດ,ການ​ປະ​ຢັດ​ພະ​ລັງ​ງານ​ແລະ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ເປັນ​ຕົ້ນ​ຕ່າງ​ກໍ​ໄດ້ເພີ່ມ​ຂຶ້ນປະ​ມານ 50% ເຊິ່ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ແບບ​ສີ​ຂຽວ,ການ​ໜູນ​ຊ່ວຍ​ການ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ໂດຍ​ຜ່ານ​ການ​ເງິນ​ໄດ້​ມີ​ຄວາມ​ໝັ້ນ​ແກ່ນກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ