ພະ​ນັກ​ງານແພດ​ມຽນ​ມາ​ຮຽນ​ຮູ້​ໃນ​ການນວດ​ແລະ​ຝັງ​ເຂັມ​ແບບພື້ນ​ເມືອງ​ຈີນ​ຢູ່​ເມືອງ​ຄຸນ​ໝິງ​ແຂວງ​ຢຸ​ນ​ນານ​ຂອງ​ຈີນ
2017-10-17 16:51:43  cri 
"ຊຸດ​ອົບ​ຮົມແລກ​ປ່ຽນ​ສີ​ມືນວດ​ແລະ​ຝັງ​ເຂັມ​ແບບ​ພື້ນ​ເມືອງ​ຈີນ​ມຽນ​ມາ" ໄດ້​​ຈັດ​ຂຶ້ນ​ຢູ່ວິ​ທະ​ຍາ​ໄລ​ແພດ​ແຜນຈີນ​ຢຸນ​ນານ​ປະ​ເທດ​ຈີນ. ພະ​ນັກ​ງານ​ແພດ 17 ຄົນ​ທີ່​ມາ​ຈາກ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ​​ຂອງ​ມຽນ​ມາ​ຈະ​ຮຽນ​ຮູ້ການ​ປິ່ນ​ປົວ​ດ້ວຍ​ການນວດ​ແລະ​ຝັງ​ເຂັມ​ແບບ​ການພື້ນ​ເມືອງ​ຈີນ,ແລະ​ແລກ​ປ່ຽນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ​ກ່ຽວ​ກັບ​ຢາ​ພື້ນ​ເມືອງ​ຂອງ​ມຽນ​ມາ.

​ຊຸດ​ອົບ​ຮົບ​ຄັ້ງ​ນີ້ຈັດໂດຍ​ອົງ​ການ​ປົກ​ຄອງ​ແຂວງ​ຢຸນ​ນານ ເຊິ່ງມີ​ຈຸດ​ປະ​ສົງ​ເພື່ອ​ຕອບ​ສະ​ໜອງ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ",ຊຸກ​ຍູ້​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ການ​ແພດ​ພື້ນ​ເມືອງ. ທ່ານ ໂຊປາງ ກົງ​ສຸນ​ໃຫຍ່​ຂອງ​ສະ​ຖານ​ກົງ​ສຸນ​ໃຫຍ່​ມຽນ​ມາ​ປະ​ຈຳ​ຄຸນ​ໝິງ​ຈີນ​ກ່າວ​ວ່າ: ການນວດ​ແລະຝັງ​ເຂັມ​ໄດ້​ຮັບ​ຄວາມ​ນິ​ຍົມຈາກ​ປະ​ຊາ​ຊົນ​ມຽນ​ມາ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ສອງ​ປະ​ເທດ​ດຳ​ເນີນ​ການ​ແລກ​ປ່ຽນ​ແລະຮ່ວມ​ມື​ໃນ​ຂົງ​ເຂດ​ການ​ປິ່ນ​ປົວ ຈະ​ມີ​ຜົນ​ດີ​ຕໍ່​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ທ່ານ​ຫວັງ​ວ່າ​ສອງ​ຝ່າຍຈະເພີ່ມ​ທະ​ວີ​ການ​ຮ່ວມ​ມືກັນ ເພື່ອ​ໃຫ້​ໄດ້​ຮັບ​ໝາກ​ຜົນ​ທີ່​ໃຫຍ່​ຫຼວງກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ