ຈີນ​ສົ່ງ​ຜູ້​ກໍ່​ອາ​ຊະ​ຍາ​ກຳ​ຂ້າມຊາດສັນ​ຊາດ​ອາ​ເມ​ລິ​ກາ​ຜູ້​ໜຶ່ງ​ກັບ​ຄືນ​ປະ​ເທດ
2017-10-17 16:59:45  cri 


ວັນ​ທີ 16 ຕຸ​ລາ​ນີ້ ອີງຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ພາ​ກ​ສ່ວນ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ອາ​ເມ​ລິ​ກາ, ເຈົ້າ​ໜ້າ​ທີ່ຕຳ​ຫຼວດ​ຈີນ​ໄດ້​ສົ່ງ​ຜູ້​ກໍ່​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ສັນ​ຊາດ​ອາ​ເມ​ລິ​ກາ​ຜູ້​ໜຶ່ງ​ໃຫ້​ແກ່​ຝ່າຍ​ອາ​ເມ​ລິ​ກາ​ຢູ່​ສະ​ໜາມ​ບິນ​ສາ​ກົນ​ຜູຕົ່ງ​ຊຽງ​ໄຮ ແລະ​ໃຫ້​ກົມ​ຕຳ​ຫຼວດ​ກະ​ຊວງ​ຍຸ​ຕິ​ທຳ​ອາ​ເມ​ລິ​ກາ​ຄຸມ​ສົ່ງ​ຄືນ​ປະ​ເທດ​ຕົນ. ນີ້​ແມ່ນ​ໝາກ​ຜົນ​ຫຼ້າ​ສຸດ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ພາກ​ສ່ວນ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ສອງ​ປະ​ເທດ​ໃນ​ການ​ນຳ​ຈັບ​ຜູ້ກະທຳ​ຜິດ​ໃນ​ການ​ສໍ້​ລາດ​ບັງ​ຫຼວງແລ້ວ​ໂຕນ​ໜີ​ໄປ​ຢູ່​ຕ່າງປະ​ເທດ​​ພ້ອມ​ຂອງ​ກາງຫຼັງ​ຈາກ​ສິ້ນ​ສຸດກອງ​ປະ​ຊຸມ​ສົນ​ທະ​ນາ​ຄວາມ​ໝັ້ນ​ຄົງ​ທາງ​ອິນ​ເຕີ​ເນັດ​ແລະ​ການ​ປະ​ຕິ​ບັດກົດ​ໝາຍ​ຈີນ-ອາ​ເມ​ລິ​ກາ​ຄັ້ງ​ທຳ​ອິດ​ໃນ​ວັນ​ທີ 4 ຕຸ​ລາ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ