​ສ້າງຂົວ​ລອຍ​ຊົ່ວຄາວ​ລະຫວ່າງ​ເມືອງຕົ່ງ​ສິ່ງຈີນ​ ກັບ​ ເມືອງມົງກາຍຫວຽດນາມ
2017-10-17 17:28:13  cri 
ວັນ​ທີ 16 ຕຸລາ​ນີ້, ຂົວ​ລອຍ​ຊົ່ວ​ຄາວລະຫວ່າງ​ເມືອງຕົ່ງ​ສິ່ງ​ຈີນ ກັບ​ ​ເມືອງມົງກາຍຫວຽດນາມ​ໄດ້​ຕໍ່​ເຂົ້າ​ກັບ​ຢ່າງສຳ​ເລັດ ​ເຊິ່ງຈະ​ສ້າງຄວາມ​ສະດວກ​ສະບາຍໃຫ້​ແກ່​ປະຊາຊົນ​ສອງ​ຊາດ.

ຂົວ​ລອຍ​ນີ້​​​​ເປັນ​ຜົນສຳ​ເລັດ​ທີ່​ສຳຄັນ​ຂອງ "​ດ່ານ​ຊາຍ​ແດນ​ແຫ່ງດຽວ​ທີ່ມີ​ຫຼາຍ​ຊ່ອງທາງ" ຕົ່ງ​ສິ່ງ ​ເຊິ່ງມີ​ຄວາມ​ຍາວ 114 ​ແມັດ, ກວ້າງ 12 ​ແມັດ ​ແລະ​ທາງ​ລົດ​ກວ້າງ 9 ​ແມັດ, ສາມາດ​ຮັບນ້ຳ​ໜັກ​ໄດ້ 120 ​ໂຕນ. ພາຍຫຼັງສຳ​ເລັດການ​ກໍ່ສ້າງ​ແລ້ວ, ຈະສ້າງ​ຄວາມ​ສະດວກ​ສະບາຍ​ໃນ​ການ​ຄ້າຂາຍ ​ແລະຂົນສົ່ງສີນຄ້າ​ລະຫວ່າງຕົ່ງ​ສິ່ງ​ຈີນ​ແລະ​ມົງກາຍຫວຽດນາມ, ຫຼຸດເວລາ ​ແລະ​ຕົ້ນ​ທຶນ, ພ້ອມ​ທັງສ້າງ​ຄວາມ​ສະດວກ​​ໃນ​ການໄປມາຫາສູ່​ກັນລະຫວ່າງ​ປະຊາຊົນ​ສອງ​ຊາດອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ