ຂະ​ບວນ​ລົດ​ມິດ​ຕະ​ພາບ "ວັດ​ທະ​ນະ​ທຳ​ແມ່​ນ້ຳ​ລ້າ​ນ​ຊ້າງ-ແມ່​ນ້ຳ​ຂອງ" ຈະ​ໄປ​ລາວ​ແລະ​ກຳ​ປູ​ເຈຍ
2017-10-17 16:11:58  cri 
   ຂະ​ບວນ​ລົດ​ມິດ​ຕະ​ພາບ "ວັດ​ທະ​ນະ​ທຳ​ແມ່​ນ້ຳ​ລ້າ​ນ​ຊ້າງ-ແມ່​ນ້ຳ​ຂອງ" ໄດ້​ເດີ​ນ​ທາງ​ເຖິງ​ນະ​ຄອນຫຼວງ​ບາງກອກປະ​ເທດ​ໄທ​ໃນ​ຕອນ​ຄ່ຳ​ວັນ​ທີ 16 ຕຸ​ລານີ້. ມື້​ດຽວ​ກັນ, ສູນ​ວັດ​ທະ​ນະ​ທຳ​ຈີນຢູ່ບາງກອກ ໄດ້​ຈັດ​ພິ​ທີ​ຕ້ອນ​ຮັບ ໂດຍ​ມີ​ທ່ານ ທະ​ນາ​ສັກ ປະ​ທິ​ມາ​ປ​ຣະ​ກອນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ແລະ ທ່ານ ຫຼູ​ຈ້ຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ໄທ ໄດ້​ໄປ​ຕ້ອນ​ຮັບ​ສະ​ມາ​ຊິກ​ຂະ​ບວນ​ລົດ.

    ຂະ​ບວນ​ລົດນີ້​ມີ​ລົດ 13 ຄັນ ແລະ​ມີສະ​ມາ​ຊິກ 40 ຄົນ, ລວມ​ທັງ​ນັກ​ຂ່າວ​ຂອງ​ຈີນ​ແລະ​ໄທ​ຈຳ​ນວນ​ໜຶ່ງ ໂດຍ​ພວກ​ເຂົາ​ເຈົ້າ​ໄດ້​ອອກ​ເດີນ​ທາງ​ຈາກ​ເມືອງ​ນິງ​ໂປ່​ແຂວງ​ເຈີ້​ຈ່ຽງ ສ​ປ ຈີນ​ເມື່ອ​ວັນ​ທີ 24 ກັນ​ຍາ​ຜ່ານ​ມາ, ແລ່ນ​ຜ່ານ 5 ເຂດ​ແຂວງ​ຂອງ​ຈີນ​ຄື: ແຂວງ​ເຈີ້​ຈ່ຽງ, ຟູ​ຈ້ຽນ, ກວາງ​ຕຸ້ງ, ເຂດກວາງ​ຊີ ແລະ ແຂວງ​ຢູນ​ນານ ແລະ​ຜ່ານຫຼາຍ​ແຂວງ​ຂອງໄທ, ຫຼັງ​ຈາກນັ້ນ ຈະ​ເດີນ​ທາງ​ສູ່​ລາວ ແລະກຳ​ປູ​ເຈຍ ເພື່ອ​ດຳ​ເນີນ​ກິດ​ຈະ​ກຳ​ໂຄ​ສະ​ນາ​ເຜີຍ​ແຜ່​ວັດ​ທະ​ນະ​ທຳ​ທ່ອງ​ທ່ຽວ ເຊິ່ງ​ມີ​ໄລ​ຍະ​ທາງ​ທັງ​ໝົດ 1 ໝື່ນກວ່າ​ກິ​ໂລ​ແມັດ.

    ທ່ານ ທະ​ນາ​ສັກ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ ແລະ ຂອບ​ໃຈ ຕໍ່​ສະ​ມາ​ຊິກ​ທັງ​ໝົດ ແລະ​ເຫັນ​ວ່າ, ກິດ​ຈະ​ກຳ​ຄັ້ງ​ນີ້​ໄດ້​ໂຄ​ສະ​ນາ​ເຜີຍ​ແຜ່ຫຼາຍ​ເມືອງ​​ຂອງ​ໄທ​ສູ່​ນັກ​ທ່ອງ​ທ່ຽວ​ຈີນ ເຊິ່ງ​ມີ​ຜົນ​ດີ​ຕໍ່​ນັກ​ທ່ອງ​ທ່ຽວ​ຈີນ​ໃນ​ການ​ຊອກ​ຮູ້​ຮີດ​ຄອງ​ປະ​ເພ​ນີ​ທີ່​ແຕກ​ຕ່າງ​ກັນ​ຂອງ​ປະ​ເທດ​ຕົນ ແລະ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ໄທ​ກັບ​ຈີນ ກໍ​ຄື​ບັນ​ດາ​ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ