ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່ບໍ່​ແມ່ນວັດ​ຖຸ​ໃນ​ນິ້ວ​ມື​ ຄື: ຮູບ​​ປັ້ນ​ດ້ວຍ​ແປ້ງ​​ທີ່​ເມືອງຢາງ​ໂຈວ
2017-10-18 12:33:27  cri 
ການ​ປັ້ນ​ຮູບ​ດ້ວຍ​ແປ້ງແມ່ນ​ສິ​ລະ​ປະ​ພື້ນ​ເມືອງ​ປະ​ເພດ​ໜຶ່ງ​ທີ່​ເກົ່າ​ແກ່​ຂອງ​ຈີນ. ​ ຮູບ​​ປັ້ນ​ດ້ວຍ​ແປ້ງ​​ທີ່​ເມືອງຢາງ​ໂຈວມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ຕົນ​ເອງ, ເຊິ່ງ​ມີ​ປະ​ຫວັດ​ສາດ​ອັນ​ຍາວ​ນານ​ມາ​ແຕ່​ບູ​ຮານ.

ເດືອນ​ມັງ​ກອນ​ປີ 2008, ຮູບ​ປັ້ນ​ດ້ວຍ​ແປ້ງ​ຖືກ​ຈັດ​ເຂົ້າ​ໃນ"ລາຍ​ຊື່ໂຄງ​ການ​ຕົວ​ຢ່າງ​ມໍ​ລະດົກ​ວັດ​ທະ​ນະ​ທຳ​ທີ່ບໍ່​ແມ່ນ​ວັດ​ຖຸງວດ​ທຳ​ອິດ​ຂອງ​ເມືອງ​ຢາງ​ໂຈວ". ນາງ​ເຫີ​ຢ້ຽນ​ຫຼານ ອາ​ຍຸ 42 ປີ​ແມ່ນ​ຜູ້​ສືບ​ທອດ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ແມ່ນ​ວັດ​ຖຸ​ຮຸ້ນ​ທີ 4 ຂອງວົງ​ຕະ​ກຸນ​ເຫີ.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ