ທ່ານ​ວິ​ຈິດ ຊິນ​ດາ​ວົງ: ກອງປະຊຸມໃຫຍ່ຄັ້ງ​ທີ 19 ຂອງພັກກອມມູນິດຈີນຈະສົ່ງຜົນສຳທ້ອນທີ່ດີຕໍ່ລາວແລະໂລກ
2017-10-18 15:54:35  cri 



 ​ຕາມ​ຂ່າວ CRI: ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອ​ມູ​ນິດ​ຈີນ​ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 18
ຕຸ​ລານີ້. ທ່ານ ວິຈິດ ຊິນດາວົງ ຮອງປະທານຄະນະກຳມະທີການຮ່ວມມືລາວ-ຈີນ, ອະດີດ ເອກອັກຄະລັດຖະທູດລາວປະຈຳຈີນ
ໄດ້ໃຫ້ສຳພາດຕໍ່ນັກຂ່າວ CRI ໂດຍ​ກ່າວວ່າ: ​ເປົ້າ​ໝາຍ, ທິດ​ທາງ ແລະ​ນະ​ໂຍ​ບາຍ​ຕ່າງໆ​ທີ່​ຖືກວາງ​ອອກ​ໃນ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ
​ທີ 19 ຂອງ​ພັກ​ກອ​ມ​ມູ​ນິດ​ຈີນ​ເທື່ອນີ້ ຈະສົ່ງຜົນສະທ້ອນ ດີຕໍ່ລາວແລະໂລກ.

ທ່ານ​ວິ​ຈິດ ຊິນ​ດາ​ວົງ ເຄີຍ​ເຮັດ​ວຽກ​ຢູ່​ຈີນ​ຫຼາຍ​ເທື່ອ​ເປັນ​ເວ​ລາ 15 ປີ, ເຄີຍ​ດຳ​ລົງ​ຕຳ​ແໜ່ງເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ສ​ປ​ປ ລາວ​
ປະ​ຈຳ ສ​ປ ຈີນ​ເປັນ​ເວ​ລາ 6 ປີ ຖື​ເປັນ​ວິ​ຊາ​ການ​ທີ່​ຮູ້​ສະ​ພາບ​ການ​ຂອງ​ຈີນ​ເປັນ​ຢ່າງ​ດີ. ທ່ານ​ກ່າວ​ວ່າ, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​
ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ແມ່ນກອງ​ປະ​ຊຸມ​ຄັ້ງ​ໜຶ່ງ​ທີ່​ມີ​ຄວາມ​ໝາຍ​ດ້ານ​ການ​ເມືອງ​ທີ່​ສຳ​ຄັນ​ທີ່​ສຸດ. ທ່ານ​ກ່າວ​ວ່າ:
"ກອງປະຊຸມເທື່ອນີ້ຈະເປັນເວທີເພື່ອຢ້ຳຕື່ມຄວາມເປັນເອກະພາບກັນ ໃນການນຳຂອງ ສປ ຈີນ ກ່ຽວກັບການຢັ້ງຢືນຜົນງານຜົນສຳ
ເລັດຂອງ ການນຳພາຂອງເພິ່ນໃນການພັດທະນາສ້າງສາປະເທດຊາດສ້າງສັງຄົມ ນິຍົມຕາມເອກະລັກແລະສີສັນຂອງຈີນແລະ
ຈະໄດ້ຢືນຢັນການສືບຕໍ່ປະຕິ ບັດແນວທາງການປະຕິຮູບແລະເປີດປະຕູ, ຍັງຈະມີການເພີ່ມທະວີເລັ່ງລັດບາດກ້າວຫລືວ່າມາດ
ຖະການລະອຽດຕື່ມໃນການສູ້ຊົນເພື່ອບັນລຸເປົ້າໝາຍ ການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊົນຊາດຈີນກໍຄືເປົ້າໝາຍຮ້ອຍປີ 2
ເຫດການ."

ເປົ້າ​ໝາຍຮ້ອຍ​ປີ 2 ເຫດ​ກາຍ​ແມ່ນ​ໝາຍ​ເຖິງ​ການ​ສ້າງ​ເປັນ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານ​ຢ່າງ​ຮອບ​ດ້ານໃນ​ປີ 2021​ ເມື່ອການ​ສ້າງ​ຕັ້ງ
​ພັກ​ກອມ​ມູ​ນິດ​ຈີນ​ຄັບ​ຮອບ 100 ປີ; ສ້າງ​ເປັນ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທັນ​ສະ​ໄໝ​ທີ່​ມັ່ງ​ຄັ່ງ​ເຂັ້ມ​ແຂງ, ປະ​ຊາ​ທິ​ປະ​ໄຕ, ສີ​ວິ​ໄລແລະ​ກົມ​ກຽວ​
ກັນ​ໃນ​ປີ 2049 ເມື່ອ​ການ​ສ້າງ​ຕັ້ງ​ປະ​ເທດ​ຈີນ​ໃໝ່​ຄົບ​ຮອບ 100 ປີ.

ທ່ານວິຈິດ ຊິນດາວົງ ໄດ້ຍົກໃຫ້ເຫັນຜົນສຳເລັດອັນ ປະຈັກຕາ ຂອງຈີນໃນຮອບ 5 ປີຜ່ານມາເຊັ່ນ: ເສດຖະກິດຂອງຈີນສືບຕໍ່ຂະ
ຫຍາຍຕົວ ຢ່າງວ່ອງໄວແລະໝັ້ນທ່ຽງ, ແຊມໜ້າຍີ່ປຸ່ນແລະເປັນອັນດັບທີ 2 ຂອງໂລກ; ແກ້ໄຂວຽກເຮັດງານທຳໃຫ້ປະຊາຊົນ 770
ລ້ານຄົນໃນປີ 2016; ເຕັກໂນ ໂລຊີດ້ານລົດໄຟຄວາມໄວສູງ, ການຊຳລະສະສາງ​​ແບບເອເລັກ​ໂຕຣນິກ ລວມທັງການເຈາະອຸມົງ,
ການສ້າງຂົວຂ້າມທະເລ,​ ການບິນອະວະກາດ ແລະອື່ນໆລ້ວນແຕ່ຢູ່ລະດັບແຖວໜ້າແລະເປັນທີ່ຍອມຮັບຂອງໂລກ ເຊິ່ງຜົນສຳເລັດ
ເຫລົ່ານີ້ແມ່ນຍາດໄດ້ໂດຍພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຈີນ. ທ່ານວິຈິດ ຊິນດາວົງ ເຫັນວ່າ:

"ພັກກອມມູນິດຈີນຍິ່ງໃຫຍ່ທີ່ສຸດ, ຖືວ່າສາມາດນຳພາປະຊາຊົນ 1380 ລ້ານຄົນໄດ້ສ້າງສາພັດທະນາມາຮອດລະດັບນີ້,​ ເຊິ່ງເປັນ
ເລື່ອງມະຫັດສະ ຈັນ ແລະ ຮູສຶກໜ້າພາກພູມໃຈນຳ."

ທ່ານ​ວິ​ຈິດ​ກ່າວ​ວ່າ, ຈີນ​ແມ່ນ​ປະ​ເທດ​ໃຫຍ່​ທີ່​ຮັບ​ຜິດ​ຊອບ, ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ, ຄັດ​ຄ້ານ​ລັດ​ທິ​ເຈົ້າ​ອຳ​ນາດ
​ແລະ​ການ​ເມືອງ​ມະ​ຫາ​ອຳ​ນາດ, ໄດ້​ປະ​ກອບ​ສ່ວນ​ຢ່າງ​ສຳ​ຄັນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ພ​າກ​ພື້ນ ກໍ່​ຄື​ຂອງ​ໂລກ. ທ່ານ​
ກ່າວ​ວ່າ:

"ອັນທີ່ຈະແຈ້ງທີ່ສຸດ ແມ່ນສາມາດເຫັນໄດ້ຈາກບັນດາປະເທດບໍ່ວ່າ ລຽບຕາມຫລືບໍ່ລຽບຕາມກໍໃຫ້ທັດສະນະທີ່ຕັ້ງໜ້າຕໍ່ຂໍ້ລິເລີ່ມໜຶ່ງ
ແລວທາງ ໜຶ່ງເສັ້ນທາງຂອງຈີນ ແລະ ໃຫ້ທັດສະນະວ່າ ເປັນຂໍ້ລິເລີ່ມທີ່ສ້າງສັນທີ່ຈະ ເຮັດໃຫ້ໂລກມີການຮ່ວມມືທີ່ດີຂຶ້ນແລະເຮັດ
ໃຫ້ການພົວພັນລະຫວ່າງປະຊາຊົນຂອງໂລກດີຂຶ້ນ."

ທ່ານ ວິຈິດ ຊິນດາວົງ ເຫັນວ່າ, ລາວ-ຈີນໃນຖານະບ້ານໃກ້ເຮືອນຄຽງ ທີ່ມີມູນເຊື້ອມິດຕະພາບອັນດີງາມນຳກັນມາແຕ່ດົນນານ, ທັງ
ເປັນປະເທດ ຮ່ວມອຸດົມການ,ກອງປະຊຸມຄັ້ງນີ້ຈະສົ່ງຜົນສະທ້ອນອັນດີຕໍ່ການພົວພັນລາວ-ຈີນ,ຈະເປັນການເພີ່ມທະວີຄວາມເຊື່ອໝັ້ນຕໍ່
ກັນໜັກແໜ້ນຕື່ມອີກ, ຍັງຈະ ເປັນພື້ນຖານອັນໃໝ່ໃນການເພີ່ມທະວີສາຍພົວພັນຄູ່ຮ່ວມ ຍຸດທະສາດຮອບ ດ້ານລະຫວ່າງສອງປະ
ເທດໃຫ້ກ້າວສູ່ຈຸດສູງໃໝ່. ທ່ານ​ກ່າວ​ວ່າ:

"ເຊື່ອມໝັ້ນວ່າການຮ່ວມມືຮອບດ້ານລະຫວ່າງສອງປະເທດຈະມີອະນາຄົດອັນແຈ່ມໃສ.ກອງປະຊຸມເທື່ອນີ້ຈະສົ່ງຜົນສຳທ້ອນດີຕໍ່ລາວ
ແລະໂລກ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ