ຈີນຍິນດີເຂົ້າຮ່ວມການຈັດສັນແລະການສ້າງສາຄືນໃໝ່ຫຼັງສົງຄາມມາລາວີຢູ່ຟິລິບປິນ
2017-10-18 10:57:26  cri 

ວັນທີ 17 ຕຸລານີ້, ທ່ານລູ້ຄ່າງ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນງານຖະແຫຼງຂ່າວວ່າ, ຈີນຍິນດີສືບຕໍ່ໃຫ້ການສະໜັບສະໜູນແລະຄວາມຊ່ວຍເຫຼືອທີ່ຈຳເປັນຕາມຄວາມຕ້ອງການຂອງຟິລິບປິນ ເຊິ່ງລວມທັງເຂົ້າຮ່ວມການຈັດສັນແລະການສ້າງສາຄືນໃໝ່ຫຼັງສົງຄາມຢູ່ມາລາວີຢ່າງຕັ້ງໜ້າ.

ມີນັກຂ່າວຖາມວ່າ, ສຳລັບຂ່າວທີ່ທ່ານໂຣດຣີໂກ ດູເຕີເຕ ປະທານາທິບໍດີຟິລິບປິນປະກາດວ່າໄດ້ປົດປ່ອຍມາລາວີຈາກກຸ່ມຫົວຮຸນແຮງແລ້ວ, ຈີນມີຄວາມເຫັນແນວໃດ?

ທ່ານລູ້ຄ່າງກ່າວວ່າ, ຈີນໄດ້ເອົາໃຈໃສ່ຕໍ່ຂ່າວດັ່ງກ່າວແລ້ວ. ການຕໍ່ຕ້ານລັດທິກໍ່ການຮ້າຍແມ່ນໜ້າທີ່ຮ່ວມກັນຂອງປະເທດຕ່າງໆ. ຈີນອວຍພອນໃຫ້ປະຊາຊົນປະເທດມາລາວີແລະເຂດມິນດານາວດຳລົງຊີວິດທີ່ມີສັນຕິພາບແລະຄວາມສະຫງົບໂດຍໄວ. ຈີນຍິນດີສືບຕໍ່ໃຫ້ການສະໜັບສະໜູນແລະຊ່ວຍເຫຼືອທີ່ຈຳເປັນຕາມຄວາມຕ້ອງການຂອງລັດຖະບານຟິລິບປິນ ເຊິ່ງລວມທັງເຂົ້າຮ່ວມການຈັດສັນແລະການສ້າງສາຄືນໃໝ່ຫຼັງສົງຄາມຢູ່ມາລາວີຢ່າງຕັ້ງໜ້າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ