ທ່ານ​ສີ​ຈີ້ນ​ຜີງ​ລາຍ​ງານ​ໃນ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ວ່າ: ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໄດ້​ກ້າວ​ເຂົ້າ​ສູ່​ສະ​ໄໝ​ໃໝ່
2017-10-18 17:30:14  cri 


ວັນ​ທີ 18 ຕຸ​ລາ​ນີ້, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈີ້ນ​ຜີງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຕາງ​ໜ້າ​ຄ​ະ​ນະ​ກຳ​ມະ​ການ​ສູນ​ກາງພັກ​ກອມ​ມູ​ນິດ​ຈີນ​ຊຸດ​ທີ 18 ​ກ່າວ​ບົດ​ລາຍ​ງານ​ ໂດຍ​ປະ​ກາດ​ວ່າ, ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໄດ້​ກ້າວ​ເຂົ້າ​ສູ່​ສະ​ໄໝໃໝ່, ນີ້​ແມ່ນ​ການ​ພັດ​ທະ​ນາ​ໃໝ່​ໃນ​ປະ​ຫວັດ​ສາດ​ຂອງ​ຈີນ.


ທ່ານ​ສີ​ຈີ້ນ​ຜີງ​ກ່າວ​ວ່າ, ໃນ 5 ປີ​ທີ່​ຜ່ານ​ມາ, ຈີນ​ໄດ້​ລົງ​ເລິກການ​ປະ​ຕິ​ຮູບ​ຢ່າງ​ຮອບ​ດ້ານ, ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນຫຼື GDP ​ຂອງ​ຈີນໄດ້​ເພີ່ມ​ຂຶ້ນ​ຮອດ 80.00 ຕື້ຢວນ ເຊິ່ງ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກຫຼາຍກວ່າ 30%, ການ​ປະ​ກອບ​ອາ​ຊີບໃນ​ຕົວ​ເມືອງ​ເພີ່ມ​ຂຶ້ນຫຼາຍກວ່າ 13 ລ້ານ​ຄົນ​ຕໍ່​ປີ, 60 ລ້ານ​ກວ່າ​ຄົນ​ໄດ້ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢ່າງ​ໝັ້ນ​ທ່ຽງ. ທ່ານ​ສີ​ຈີ້ນ​ຜີງ​ກ່າວ​ເນັ້ນ​ວ່າ: "ໂດຍ​ຜ່ານ​ການ​ທຳ​ຄວາມ​ພະ​ຍາ​ຍາມ​ມາ​ເປັນ​ໄລ​ຍະ​ຍາວ​ນານ, ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໄດ້​ກ້າວ​ເຂົ້າ​ສູ່ສະ​ໄໝໃໝ່. ສະ​ໄໝ​ໃໝ່​ນີ້​ຈະ​ສືບ​ທອດອັນ​ເກົ່າ​ໄປ​ສູ່ອັນ​ໃໝ່, ຈະ ສືບຕໍ່ປະຕິບັດວຽກງານເກົ່າແລະບຸກເບີກວຽກງານໃໝ່ ແລະ ຈະ​ສືບ​ຕໍ່​ຍາດ​ເອົາ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ຂອງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ເງື່ອນ​ໄຂ​ປະ​ຫວັດ​ສາດ​ໃໝ່, ​ຈະ​ເປັນ​ສະ​ໄໝ​ສຳ​ຄັນ​ຕໍ່​ການ​ສ້າງ​​ສາ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານຢ່າງ​ຮອບ​ດ້ານ​ໃຫ້​ສຳ​ເລັດເພື່ອ​ສ້າງ​ສາ​ປະ​ເທດ​​ສັງ​ຄົມ​ນິ​ຍົມ​ທີ່ເຂັ້ມ​ແຂງ​ແລະທັນ​ສະ​ໄໝ​​ຢ່າງ​ຮອບ​ດ້ານ, ຈະ​ເປັນ​ສະ​ໄໝ​ທີ່​ຈີນ​ກ້າວ​ໄປ​​ສູ່ໃຈ​ກາງ​ຂອງ​ເວ​ທີ​ສາ​ກົນເປັນ​ກ້າວໆ ແລະ ປະ​ກອບ​ສ່ວນຫຼາຍກວ່າ​ເກົ່າ​ໃຫ້​ແກ່​ມ່ວນ​ມະ​ນຸດ​ຢ່າງບໍ່​ຢຸດ​ຢັ້ງ."

ບົດ​ລາຍ​ງານ​ຊີ້​ອອກວ່າ,ໃນ​ຖາ​ນະ​ທີ່​ເປັນ​ຜົນ​ງານ​ຫຼ້າ​ສຸດ​ທີ່​ລັດ​ທິ​ມາກ​ຫັນ​ເປັນ​ ​ຈີນ ແລະ ຂໍ້​ແນະ​ນຳ​ດ້ານ​ການ​ກະ​ທຳ​ທີ່​ບັນ​ລຸ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ປະ​ຊາ​ຊາດ​ຈີນ​ຄືນ​ໃໝ່​, ພັກ​ກອມ​ມູ​ນິດ​ຈີນ​ ແລະ ປະ​ຊາ​ຊົນ​ຈີນ​ຈະ​ຍຶ​ດ​ໝັ້ນ​​ເປັນ​ເວ​ລາ​ຍາວ​ນານ ແລະ ຂະ​ຫຍາຍ​ຢ່າງ​ບໍ່​ຢຸດ​ຢັ້ງ​ກ່ຽວ​ກັບແນວ​ຄິດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ສະ​ໄໝ​ໃໝ່​. ທ່ານ​ສີ​ຈີ້ນ​ຜີງ​ກ່າວ​ວ່າ,"ແນວ​ຄິດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ສະ​ໄໝ​ໃໝ່, ຍຶດ​ໝັ້ນ ແລະ ຂະ​ຫຍາຍ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ຢ່າງ​ຄັກ​ແນ່, ໃນ​ໄລ​ຍະ​ກາງ​ສະ​ຕະ​ວັດ​ນີ້​ສ້າງ​ຈີນ​ເປັນ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ເຂັ້ມ​ແຂງ​ທັນ​ສະ​ໄໝ, ​ຮັ່ງ​ມີ​, ​ປະ​ຊາ​ທິ​ປະ​ໄຕ,ສິ​ວິ​ໄລ, ກົມ​ກຽວ​ກັນ ແລະ ສວຍ​ງາມ. ​ໃນ​ສະ​ໄໝ​ໃໝ່​ ຂໍ້​ຂັດ​ແຍ້ງ​ຕົ້ນ​ຕໍ​ຂອງ​ປະ​ເທດ​ຈີນ​ແມ່ນຂໍ້​ຂັດ​ແຍ້ງ​ລະ​ຫວ່າງ​ຄວາມ​ຕ້ອງ​ການ​ຊີ​ວິດ​ການ​ເປັນ​ທີ່​ດີ​ງາມ​ຢູ່ທີ່​ນັບ​ມື້​ນັບ​ເພິ່ມ​ຂຶ້ນ​ຂອງ​ປະ​ຊາ​ຊົນ ​ກັບ ການ​ພັດ​ທະ​ນາ​ທີ່​ບໍ່ດຸນ​ດຽງ​ ແລະ ບໍ່​ເຕັມ​ທີ່, ຕ້ອງ​ຍຶດ​ໝັ້ນ​ແນວ​ຄິດ​ພັດ​ທະ​ນາ​ທີ່​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ຊຸກ​ຍູ້​ໃຫ້​ປະ​ຊາ​ຊົນພັດ​ທະ​ນາ​ຢ່າງ​ຮອບ​ດ້ານ, ​ແລະພ້ອມ​ກັນ​ຮັ່ງ​ມີ​ຢ່າງ​ບໍ່​ຢຸດ​ຢັ້ງ."

ບົດ​ລາຍ​ງານກອງ​ປະຊຸມ​ໃຫຍ່ຜູ້ແທນ​ພັກ​ກອມ​ມູນິດຈີນ​ຄັ້ງ​ທີ 19 ເທື່ອ​ນີ້​ໄດ້​ກຳ​ນົດ​ໃໝ່​ຕໍ່​ເປົ້າ​ໝາຍ​ທີ່​ຈີນ​ຈະ​ບັນ​ລຸ​ໃນ​ໄລ​ຍະ​ກາງ​ສະ​ຕະ​ວັດ​ນີ້, ຫັນ​ຈາກ​ການສ້າງ​ເປັນ "ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄ​ທີ່​ຮັ່ງ​ມີ ເຂັ້ມ​ແຂງ, ປະ​ຊາ​ທິ​ປະ​ໄຕ, ສິ​ວິ​ໄລ ແລະ​ກົມ​ກຽວ​ກັນ" ໃນ​ເມື່ອ​ກ່ອ​ນ​ນັ້ນ​ປ່ຽນ​ເປັນ"​ປະ​ເທດສັງ​ຄົມ​ນິ​ຍົມ​ທີ່​ເຂັ້ມ​ແຂງ​,ທັນ​ສະ​ໄໝ​ ​ຮັ່ງ​ມີ ​ເຂັ້ມ​ແຂງ, ​ປະ​ຊາ​ທິ​ປະ​ໄຕ,ສິ​ວິ​ໄລ, ກົມ​ກຽວ​ກັນ ແລະ ສວຍ​ງາມ", ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ພັກ​ກອມ​ມູ​ນິດ​ຈີນ​ເອົາ​ໃຈ​ໃສ່​​ສູງ ແລະຍັງ​ລົງ​ເລິກ ຍົກ​ລະ​ດັບ​ເປົ້າ​ໝາຍ​ທີ່​ສູ້​ຊົນໃຫ້​ປະ​ສົ​ບ​ຜົນ​ສຳ​ເລັດ​ເປັນ​ຢ່າງ​ດີ.

ເມື່ອ​ກ່າວ​ເຖິງ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ, ທ່ານ​ ສີ​ຈິ້ນ​ຜິງ ກ່າວ​ເນັ້ນ​ວ່າ: ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຖື​ການ​ປະ​ກອບ​ສ່ວນ​ທີ່ໃຫຍ່​ຫຼວງກວ່າ​ເກົ່າ​​ຕໍ່​ມວນ​ມະ​ນຸດ​ເປັນ​ພາ​ລະໜ້າ​ທີ່​ຂອງ​ພັກຕົນ​ມາ​ໂດຍ​ຕະ​ຫຼອດ. ຈີນ​ຈະ​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ແຫ່ງ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ,ຊຸກ​ຍູ້​ການ​ສ້າງ​ປະ​ຊາ​​ຄົມ​ຮ່ວມຊາ​ຕາ​ກຳ​ຂອງ​ມວນ​ມະ​ນຸດ,ເດັດ​ດ່ຽວ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ໂດຍ​ສັນ​ຕິ​ຢ່າງ​ເປັນ​ເອ​ກະ​ລາດແລະ​ເປັນ​ເຈົ້າ​ຕົນ​ເອງ,ຕັ້ງ​ໜ້າ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ໃນໂລກ,ເປີດກວ້າງ​ຈຸດ​ເຊື່ອມ​ຕໍ່​ຜົນ​ປະ​ໂຫຍດ​ກັບ​ບັນ​ດາ​ປະ​ເທດ,ຍຶດ​​ໝັ້ນ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ໂດຍ​ພື້ນ​ຖານ​ທີ່ໄຂ​ປະ​ຕູ​ສູ່​ພາຍນອກ,ຍຶດ​ໝັ້ນ​ການ​ເປີດ​ປະ​ຕູປະ​ເທດ​ເຮັດ​ວຽກ​ກໍ່​ສ້າງ,ຊຸກ​ຍູ້​ການ​ຮ່ວມ​ມື​ສາ​ກົນ​ໃນ​ຂອບ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຢ່າງ​ຕັ້ງ​ໜ້າ,ຍຶດ​ໝັ້ນ​ທັດ​ສະ​ນະ​ດ້ານ​ການ​ຄຸ້ມ​ຄອງ​ໂລກທີ່​ມີ​ການ​ປຶກ​ສາ​ຫາ​ລື,ການ​ສ້າງ​ສາ​ແລະ​ຊົມ​ໃຊ້​ຮ່ວມ​ກັນ.

ໃນ 5 ປີ​ຜ່ານ​ມາ, ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ໄດ້​ຕີ​ລາ​ຄາ​ຢ່າງ​ສູງ​ຕໍ່​ການ​ເພີ່ມ​ທະ​ວີ​ມາດ​ຕະ​ການ​ແລະ​ປະ​ສິດ​ທິ​ຜົນ​ດ້ານ​ການຄຸ້ມ​ຄອງ​ພັກ​ຢ່າງ​ເຄັ່ງ​ຄັດ​ແລະ​ຮອ​ບ​ດ້ານ. ໃນ​ຖາ​ນະ​ເປັນ​ໃຈ​ກາງ​ການ​ນຳ​ຂອງ​ພັກ,ທ່ານ ສີ​ຈິ້ນ​ຜິງ ໄດ້​ເຕືອນ​ໃຫ້​ທົ່ວ​ພັກ​ຄວນ​​ດຳ​ເນີນ​ການຄຸ້ມ​ຄອງ​ພັກ​ຢ່າງ​ເຄັ່ງ​ຄັດ​ແລະ​ຮອບ​ດ້ານ​ຕະ​ຫຼອດ​ໄປ,ຈົ່ງ​ຍາດ​ເອົາ​ໄຊ​ຊະ​ນະ​ໃນ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ທ່ານ ສີ​ຈິ້​ນ​ຜິງ ກ່າວ​ວ່າ:"ປະ​ຊາ​ຊົນ​ມີ​ຄວາມ​ຄຽດ​ແຄ້ນ​ທີ່​ສຸດ​ຕໍ່​ປາ​ກົດ​ການ​ສໍ້​ລາດ​ບັງ​ຫຼວງ ເຊິ່ງ​ເປັນ​ການ​ຂົ່ມ​ຂູ່​ທີ່​ໃຫຍ່​ທີ່​ສຸດ​ທີ່​ພັກ​ພວກ​ເຮົາ​ຜະ​ເຊີນ​ໜ້າ. ມີ​ແຕ່​ມີ​ນ້ຳ​ໃຈ​ອົດ​ທົນ​ແລະ​ໜຽວ​ແໜ້ນ​ບໍ່​ອ່ອນ​ແອ​ໃນ​ເສັ້ນ​ທາງ​ດັ່ງ​ກ່າວ​ຕະ​ຫຼອດ​​ໄປ,ລົງ​ເລິກ​ການ​ແກ້​ໄ​ຂ​ເຖິງ​ກົກ​ເຖິງ​ຮາກ,ຮັບ​ປະ​ກັນ​ຄວາມ​ບໍ​ລິ​ສຸດ​ຜຸດ​ຜ່ອງຂອງ​ພະ​ນັກ​ງານ​ແລະ​ລັດ​ຖະ​ບານ,ເຮັດ​ໃຫ້ການ​ເມືອງ​ມີ​ຄວາມ​ໂປ່ງ​ໃສ,ຈຶ່ງ​ຈະ​ສາ​ມາດຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ຖາ​ວອນ​ຂອງ​ພັກ​ແລະ​ລັດ​ໄດ້."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ