ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ ການບັນ​ລຸ​ເປົ້າ​ໝາຍ​ທີ່​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ຊົນ​ຊາດ​ຈີນ​ແມ່ນ​ພາ​ລະ​ກຳ​ປະ​ຫວັດ​ສາດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ຍຸກໃໝ່
2017-10-18 11:52:11  cri 
ຕາມ​ຂ່າວCRI:ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ໄຂ​ຂຶ້ນ​ຢູ່ນ​ະ​ຄອນ​ຫຼວງ​ປັກ​ກິ່ງ​​ໃນ​ວັນ​ທີ 18 ຕຸ​ລາ​ນີ້. ໃນ​ເວ​ລາ​ສະ​ເໜີ​ບົດ​ລາຍ​ງານ​ຕໍ່​ກອງ​ປະ​ຊຸມ​ໃຫຍ່, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ການບັນ​ລຸ​ເປົ້າ​ໝາຍ​ທີ່​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ຊົນ​ຊາດ​ຈີນ​ແມ່ນ​ພາ​ລະ​ກຳ​ປະ​ຫວັດ​​ສາດແລະ​ຄວາມ​ໄຝ່ຝັນ​ອັນ​ຍິ່ງ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ໄລ​ຍະ​ໃໝ່, ຕ້ອງປະ​ຕິ​ບັດ​ການ​ສູ້​ຊົນ​ຢ່າງ​ຍິ່ງ​ໃຫຍ່, ສ້າງ​ໂຄງ​ການ​ທີ່ຍິ່ງ​ໃຫຍ່, ເລັ່ງ​ລັດ​ປະ​ຕິ​ບັດ​ພາ​ລະ​ກິດ​ຢ່າງ​ຍິ່ງ​ໃຫຍ່.

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເຕືອນ​ຕໍ່​ທົ່ວ​ພັກ​ວ່າ, ຕ້ອງ​ຄັດ​ຄ້ານ​ຕໍ່​ຄວາມ​ເວົ້າ​ແລະ​ການ​ກຳ​ທຳ​ທຸກ​ຢ່າງ​ທີ່​ເປັນ​ການບັ່ນ​ທອນ, ບິດ​ເບືອນ​ແລະ​ຢັບ​ຢັ້ງຕໍ່​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ແລະ​ລະ​ບອບ​​ສັງ​ຄົມ​ນິ​ຍົມ​ຂອງ​ຈີນ​ຢ່າງ​ເດັດ​ດ່ຽວ, ຄັດ​ຄ້ານ​ຕໍ່ການ​ກະ​ທຳທຸກ​ຢ່າງ​ທີ່ເປັນ​ການ​ທຳ​ລາຍ​​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ, ຫ່າງ​ເຫີນ​ຈາກ​ມວນ​ຊົນ, ເພີ່ມ​ທະ​ວີ​ກຳ​ລັງ​ການ​ນຳ​ພາ​ດ້ານ​ການ​ເມືອງ, ​ດ້ານ​ແນວ​ຄິດ, ​ການ​ຈັດ​ຕັ້ງ​ມວນ​ຊົນ, ແລະກຳ​ລັງ​ການ​ລິ​ເລີ່ມ​ຕໍ່​ຂອງ​ສັງ​ຄົມ​ພັກ​ກອມ​ມູ​ນິດ​ຈີນ​ຢ່າງ​ຕໍ່​ເນື່ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ