ໜ່ວຍ​ຍົນ​ເຮ​ລິ​ກອບແຕ​ຮັກ​ສາ​ສັນ​ຕິ​ພາບ​ຈີນ​ຈະ​ໄປ​ປະ​ຕິ​ບັດ​ໜ້າ​ທີ່ຢູ່​ດາ​ຟູ​ຂອງ​ຊູ​ດັງ
2017-10-18 14:34:23  cri 
ຕາມ​ຂ່າວ​ສານ​ຊິ່ນ​ຮ​ວາ: ວັນ​ທີ 17 ຕຸ​ລາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ໜ່ວຍ​ຍົນ​ເຮ​ລິ​ກອບ​ແຕຮັກ​ສາ​ສັນ​ຕິ​ພາບ​ຈີນ​ງວດ​ທຳ​ອິດຈຳ​ນວນ 4 ລຳ​ໄດ້​ຮັບ​ແຈ້ງ​ການ​​ວ່າ ໄດ້​ຖືກກວດຜ່ານ​​ຢ່າງເປັນ​ທາງ​ການ​ແລ້ວ ຈາກ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລະ​​ສະ​ຫະ​ພາບ​ອາ​ຝ​ຣິ​ກາປະ​ຈຳ​ດາ​ຟູ​ຂອງ​ຊູ​ດັງ, ເຊິ່ງ​ໝາຍ​ຄວາມ​ວ່າ, ໜ່ວຍ​ຍົນ​ເຮ​ລິກອ​ບ​​ແຕ​ຂອງ​ຈີນຈະ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຢູ່​ເຂດ​ນັ້ນ​ຢ່າງ​ຮອບ​ດ້ານ.

ການກວດ​ກາ​ອຸ​ປະ​ກອນ​ການ​ບິນ​ອາ​ກາດ​ແມ່ນ​ການ​ປະ​ເມີນ​​ແບບ​ສັງ​ລວມ​ຮອບ​ດ້ານ​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດດຳ​ເນີນຕໍ່​ອຸ​ປະ​ກອນ​ການ​ບິນ​ອາ​ກາດ​ທີ່​ປະ​ເທດ​​ເຫຼົ່າ​ນັ້ນ​ທີ່ສົ່ງ​ທະ​ຫານ​ໄປ​ປະ​ຈຳ​ການ​​ນັ້ນ ວ່າ ​ມີຄວາມ​ສາ​ມາດ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່ແລະ​ຮັບ​ຜິດ​ຊອບ​ຮັກ​ສາ​ສັນ​ຕິ​ພາບ​​​ໄດ້ຫຼື​ບໍ່.

ໜ່ວຍຍົນ​ເຮ​ລິ​ກອບ​​ແຕ​ຮັກ​ສາ​ສັນ​ຕິ​ພາບ​ຈີນ​ງວດ​ທຳ​ອິດ​ຖືກອງ​ພົນ​ນ້ອຍການ​ບິນ​ອາ​ກາດ​ຂອງ​​ທະ​ຫານກອງ​​ພົນ​ທີ 81 ກອງ​ທັບ​ບົກ​ຂອງ​ຈີນ​ເປັນ​ຫຼັກ, ລວມທັງ​ໝົດ 140 ຄົນ, ​ມີ​ຍົນ​ເຮ​ລິ​ກອບ​​ແຕ​ຂະ​ໜາດ​ກາງ M-171 ສີ່​ລຳ, ເພື່ອ​ປະ​ຕິ​ບັດ​ໜ້າ​ທີ່​ຕ່າງໆ​, ເຊັ່ນ: ການ​ລາດ​ຕະ​ເວນ​ທາງ​ອາ​ກາດ, ການ​ຂົນ​ສົ່ງ​ກອງ​ທັບ​ຮັກ​ສາ​ສັນ​ຕິ​ພາບ, ການ​ສົ່ງ​ຜູ້ກູ້ໄພ, ການ​​ລຳ​ລຽງແລະ​ໜ້າ​ທີ່​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ