ບົດ​ລາຍ​ງານກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ:ພັກ​ກອມ​ມູ​ນິດ​ຈີນ​ກຳ​ອຳ​ນາດ​​​ຕ້ອງ​ມີ​ຫຼັກ​ການການ​ເມືອງ​ທີ່​ແຂງ​ແກ່ນ ແລະ ກໍ​ຕ້ອງ​ມີ​ຄວາມ​ສາ​ມາດ​ທີ່​ເກັ່ງ​ກ້າ​​ສະຫຼຽວ​ສະຫຼາດ
2017-10-18 12:28:25  cri 
ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ​ໃນ​ການນຳ​ພາ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ໃຫຍ່​ທີ່​ມີ​ປະ​ຊາ​ກອນ 1 ຕື້ 300 ກວ່າ​ລ້ານ​ຄົນ, ພັກ​ເຮົາ​ຕ້ອງເພີ່ມ​ທະ​ວີ​ຄວາມ​ສາ​ມາດໃນ​ການ​ກຳ​ອຳ​ນາດ​ຢ່າງ​ຮອບ​ດ້ານ ເຊິ່ງ​ລວມ​ທັງຄວາມ​ສາ​ມາດ​ດ້ານ​ການ​ຮ່ຳ​ຮຽນ, ຄວາມ​ສາ​ມາດ​ການ​ນຳ​ພາ​ທາງ​ການ​ເມືອງ, ​ຄວາມ​ສາ​ມາດ​​ໃນ​ການ​ປະ​ຕິ​ຮູບ​ ແລະ ​ປະ​ດິດ​ສ້າງໃໝ່, ​ຄວາມ​ສາ​ມາດ​​ການ​ພັດ​ທະ​ນາຕາມຫຼັກ​​ວິ​ທະ​ຍາ​ສາດ, ​ຄວາມ​ສາ​ມາດ​​ການກຳ​ອຳ​ນາດຕາມ​ກົດ​ໝາຍ, ​ຄວາມ​ສາ​ມາ​ດ​ດ້ານ​ວຽກ​ງານມະ​ຫາຊົນ, ຄວາມ​ສາ​ມາດ​​ໃນ​ການ​ປະ​ຕິ​ບັດ​​ໜ້າ​ທີ່​ຢ່າງ​ແທ້​ຈິງ ແລະ ຄວາມ​ສາ​ມາດຄວບ​ຄຸມ​ຄວາມ​ສ່ຽງ. ທ່ານ​ກ່າວ​ເນັ້ນ​ວ່າ, ພັກ​ກຳ​ອຳ​ນາດ​ຕ້ອງ​ມີ​ຈິນ​ຕະ​ນາ​ການ​ຍຸດ​ທະ​ສາດ, ຈິນ​ຕະ​ນາ​ການປະ​ດິດ​ສ້າງໃໝ່, ຈິນ​ຕະ​ນາ​ການ​ສັດ​ຈະ​ວິ​ພາກ, ຈິນ​ຕະ​ນາ​ການ​ປົກ​ຄອງ​ຕາມ​ກົດ​ໝາຍ ແລະ​ ຈິນ​ຕະ​ນາ​ການ​ຂີດ​ຕ່ຳ​ສຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ