ການທ່ອງທ່ຽວ​ຂອງ​ໄທ​ເພີ່ມ​ຂຶ້ນ 7​ ​ເດືອນ​​ລຽນຕິດ ນັກ​ທ່ອງ​ທ່ຽວ​ຈີນ​ປະກອບສ່ວນ​ຫຼາຍ​ທີ່​ສຸດ
2017-10-18 10:37:43  cri 
ວັນ​ທີ 17 ຕຸ​ລາ​ນີ້, ກະຊວງ​ການທ່ອງທ່ຽວ ​ແລະ​ກິ​ລາ​ຂອງ​ໄທ​ປະກາດ​ວ່າ: 9 ​ເດືອນຕົ້ນ​ປີ​ນີ້​ໄທ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ 26,1 ລ້ານ​​ເທື່ອຄົນ, ​ເພີ່​ມຂຶ້ນ 5,4% ​ເມື່ອທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີຜ່ານມາ ​ເຊິ່ງ​ໄດ້​ເພີ່ມ​ຂຶ້ນ 7 ​ເດືອນ​ລຽນ​ຕິດ​ຈາກ​ເດືອນມີນາ​ປີ​ນີ້.

ທ່າ​ນພົງ​ພານຸ ສະ​ເວດ​ຕະຣັນ ຫົວ​ໜ້າ​ຫ້ອງ​ການກະຊວງ​ການທ່ອງທ່ຽວ ​ແລະ​ກິລາ​ຂອງ​ໄທ​ກ່າວ​ຕໍ່​ກອງ​ປະຊຸມ​ສະພາບ​ການທ່ອງທ່ຽວ​ຂ​ອງ​ໄທ​ໃນ​ມື້​ດຽວ​ກັນ​ວ່າ: ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດຈຳນວນ 26,1 ລ້ານ​ເທື່ອ​ຄົນ​ດັ່ງກ່າວ​ໄດ້​ສ້າງລາຍ​ຮັບ 1330 ​ຕື້​ບາດ (​ເທົ່າ​ກັບ 40,193 ຕື້​​ໂດ​ລາ), ​ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີຜ່ານມາ​ເພີ່ມ​ຂຶ້ນ 7,91%. ປັດຈຸບັນ​ນີ້, ນັກ​ທ່ອງ​ທ່ຽວ​ຈີນ​​ປະ​ກອບ​ສ່ວນ​ຫຼາຍ​ທີ່​ສຸດ​​ໃນ​ຈຳນວນ​​ເທື່ອ​ຄົນ ​ແລະ​​ໄດ້ສ້າງລາຍ​ຮັບຫຼາຍ​ທີ່​ສຸດຕໍ່​ການທ່ອງທ່ຽວ​ຂອງ​ໄທ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ