ກອງ​ປະຊຸມ​ຮ່ວມເອກ​ອັກ​ຄະ​ລັດຖະທູດຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​​ໄຂ​ຂຶ້ນ​ຢູ່ຈາ​ກາຕາ
2017-10-18 16:33:45  cri 
ວັນ​ທີ 16 ຕຸ​ລາ​ນີ້ ຢູ່ສຳນັກງານ​ເລຂາທິການ​ໃຫຍ່​ອາ​ຊຽນນະຄອນຫຼວງ​ຈາ​ກາຕາ​ອິນ​ໂດ​​ເນເຊຍ, ​ໄດ້​ຈັດ​ກອງ​ປະ​ຊຸມ​ຮ່ວມ​ເອກ​ອັກຄະ​ລັດຖະທູດຄັ້ງ​ທີ 3 ປີ 2017 ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ. ກອງ​ປະຊຸມ​ຄັ້ງ​ນີ້​​ໄດ້​ປຶກສາ​ຫາລື​ຫົວ​ຂໍ້​ຕ່າງໆ ​ເຊັ່ນ: ວຽກງານຕ່າງໆ​ທີ່​ຕ້ອງ​ປະຕິບັດຫຼັງ​ກອງ​ປະຊຸມ​ສຸດ​ຍອດລັດຖະມົນຕີ​ການ​ຕ່າງປະ​ເທດ​ອາຊີ​ຕາ​ເວັນ​ອອກ, ​ຜົນສຳ​ເລັດກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 12, ການ​ກະກຽມ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ ​ແລະ​ຫົວ​ຂໍ້​ອື່ນໆ. ທ່ານ​ຊູ​ປູ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອາ​ຊຽນ​​ໄດ້ຕອບ​ຮັບ​ຄຳ​ເຊີນ​ ​ເພື່ອເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ