ໜອງ​ນ້ຳ​ເກືອ​ໃຫຍ່​ທີ່​ສຸດ​ຂອງ​ຈີນ​ດຶງ​ດູດ​ນົກ​ຫາ​ຍາກຫຼາຍ​ຊະນິດ​ໃນ​ລະ​ດູ​ໜາວ
2017-10-18 16:43:18  cri 

ຊຸມ​ປີມໍ່ໆ​ມາ​ນີ້​, ສະພາບແວດ​ລ້ອມ​ຢູ່​ໜອງ​ນ້ຳ​ເກືອ​ຊາ​ຣຮານ​ທີ່​ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ ​ເຊິ່ງ​ເປັນ​ໜອງ​ນ້ຳ​ເກືອ​ໃຫຍ່​ທີ່​ສຸດ​ຂອງ​ຈີນທີ່​ມີ​ສະພາບ​ແວດ​ລ້ອມ​ນັບ​ມື້​ນັບ​ດີ​ຂຶ້ນ ​ຈຶ່ງ​ສາມາດດຶງ​ດູດນົກ​ຫາ​ຍາກ​ຫຼາຍຊະນິດ ​ເຊັ່ນ: ຫົງ​, ນົກຂຽນ ​ແລະ​ອື່ນໆ ບິນ​ມາ​ດຳລົງ​ຊີວິດ​ຢູ່​ບ່ອນ​ນີ້​ໃນ​ຍາມ​ລະດູ​ໜາວ.

ໜອງ​ນ້ຳ​ເກືອຊາຣຮານ​ເປັນ​ໜອງ​ນ້ຳ​ເກືອ​ໃຫຍ່​ທີ່​ສຸດ​ຂອງ​ຈີນ, ຕັ້ງຢູ່​ເມືອງ​ເກີຣມູ ​ແຂວງ​ຊິ່ງ​ໄຫ ​ເປັນທະ​ເລ​ສາບ​ນ້ຳ​ເກືອ​​ທີ່​ມີ​ຊື່​ສຽງ​​ໂດ່​ງດັງ​ໃນ​ໂລກ ​ເຊິ່ງມີ​ຄວາມ​ຍາວ​ຈາກທິດ​​ຕາ​ເວັນ​ອອກ​ຫາ​ທິດຕາ​ເວັນ​ຕົກ 160 ກວ່າ​ກິ​ໂລ​ແມັດ ​ແລະ​ກວ້າງ​ຈາກ​ທິດ​ເໜືອ​ຫາ​ທິດ​ໃຕ້ 20-40 ກິ​ໂລ​ແມັດ, ​ມີ​ເກືອ​ໜາ​ 2-20 ​ແມັດ, ​ມີເນື້ອ​ທີ່ທັງ​ໝົດ 5800 ກິ​ໂລ​ຕາ​ແມັດ ​ແລະມີ​ລະດັບ​ສູງ​ຈາກ​ໜ້າ​ນ້ຳ​ທະ​ເລ 2670 ​ແມັດ. ທາງ​ລົດ​ໄຟ​ຊິງ​ຈ້າງ​ກໍ່​ຜ່ານ​ໜອງ​ນ້ຳ​ເກືອ​ນີ້.

1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ