ຂະ​ບວນ​ລົດ "ວັດ​ທະ​ນະ​ທຳ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ" ເດີນ​ທາງຮອດ​ນະ​ຄອນ​ຫຼວງ​ບາງກອກ
2017-10-18 11:18:18  cri 

ຂະ​ບວນ​ລົດ​ "ວັດ​ທະ​ນະ​ທຳ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ" ຄັ້ງ​ທຳ​ອິດ​ໄດ້ເດີນ​ທາງຮອດ​ນະ​ຄອນ​ຫຼວງ​ບາງກອກປະ​ເທດ​ໄທ​ແລ້ວ, ​ພິ​ທີ​ຕ້ອນ​ຮັບ​ໄດ້​ຈັດ​ຂຶ້ນ​ຢູ່​ສູນ​ວັດ​ທະ​ນະ​ທຳ​ຈີນ​ບາ​ງກອກ​ໃນ​ຕອນ​ຄ່ຳ​ວັນ​ທີ 16 ຕຸ​ລາ​ນີ້.

ໃນ​ພິ​ທີ​ຕ້ອນ​ຮັບ, ທ່ານ​ລຸຍ​ຈ້ຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ໄທ​ກ່າວ​ຄຳ​ປາ​ໄສວ່າ, ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ​ແມ່ນ​ເນື້ອ​ໃນ​ສຳ​ຄັນ​ສຳ​ລັບ​ການ​ກໍ່​ສ້າງ"​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ເຊື່ອ​ວ່າ ກິດ​ຈະ​ກຳ​ເທື່ອ​ນີ້​ສາ​ມາດ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຈີນ ກັບ ໄທ ເຊັ່ນ, ​ການ​ພັ​ດ​ທະ​ນາການ​ທ່ອງ​ທ່ຽວ, ແລະ​ຊຸກ​ຍູ້​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ເພີ່ມ​ຂຶ້ນ.   

ກິດ​ຈະ​ກຳ​​ເທື່ອ​ນີ້​ແມ່ນ​ກິດ​ຈະ​ກຳ​ແບບ​ຢ່າງທີ່​ສຳ​ຄັນ​ເພື່ອ​​ຊຸກ​ຍູ້​ການແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຢູ່​ເຂດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ ​ພາຍ​ໃຕ້​ໂຄງ​ການ "ມິດ​ຕະ​ພາບການ​ທ່ອງ​ທ່ຽວດ້ານ​ວັດ​ທະ​ນະ​ທຳ​ຈີນ-ໄທ" ທີ່​ກະ​ຊວງວັດ​ທະ​ນະ​ທຳ ​ແລະ ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​​ຮ່ວມ​ກັນ​ຈັດ​ຂຶ້ນ​ໃນ​ປີ 2015 ແລະ 2016. ຕາມ​ແຜນ​ການ​ແລ້ວ, ຂະ​ບວນ​ລົດ​ຈະ​ແລ່ນ​ຜ່ານ 4 ປະ​ເທດ ຄື, ຈີນ, ໄທ, ລາວ​ແລະ​ກຳ​ປູ​ເຈຍ​ແຕ່​ວັນ​ທີ 24 ກັນ​ຍາ ຫາທ້າຍ​ເດືອນ​ຕຸ​ລານີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ